UNICEF ໜູນ​ຊ່ວຍ​ບັນ​ດາ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່​ຍ້ອນ​ຜົນ​ກະ​ທົບ​ຈາກ ໄພ​ແຫ້ງ​ແລ້ງ ແລະ ໂລກ​ລະ​ບາດ Covid – 19 ຢູ່ແຂວງ​ນິງ​ທ້ວນ

(VOVWORLD) - ນິງທ້ວນແມ່ນ 1 ໃນ 7ທ້ອງຖິ່ນທີ່ UNICEF ປະຈຳຫວຽດນາມໜູນຊ່ວຍຢ່າງຮີບດ່ວນບັນດາເຄື່ອງໃຊ້, ວັດຖຸສິ່ງຂອງທີ່ຈຳເປັນໃນການເຮັດອະນາໄມທຳຄວາມສະອາດເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ບັນດາທ້ອງຖິ່ນຕ່າງໆກໍ່ໄດ້ຮັບການໜູນຊ່ວຍລວມມີ: ແຂວງເບັ໊ນແຈ, ຊອກຈັງ, ກອມຕູມ, ຢາລາຍ, ດ້ຽນບຽນ ແລະ ລາວກາຍ.
UNICEF ໜູນ​ຊ່ວຍ​ບັນ​ດາ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່​ຍ້ອນ​ຜົນ​ກະ​ທົບ​ຈາກ ໄພ​ແຫ້ງ​ແລ້ງ ແລະ ໂລກ​ລະ​ບາດ Covid – 19 ຢູ່ແຂວງ​ນິງ​ທ້ວນ - ảnh 1

Unicef ມອບຖັງເກັບນ້ຳໃຫ້ແກ່ປະຊາຊົນແຂວງຊອກຈັງ ໃນເດືອນ ມິນາ

(ພາບ: ກະຊວງແຮງງານ, ທະຫານເສຍອົງຄ້າ ແລະ ສັງຄົມ)

ວັນທີ 9 ມິຖຸນາ, ຢູ່ແຂວງນິງທ້ວນ, ກອງທຶນ ສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ປະຈຳຫວຽດນາມ ໄດ້ສົມທົບກັບສູນນ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມຊົນນະບົດ (ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງນິງທ້ວນ) ຈັດຕັ້ງການສະໜອງ, ໜູນຊ່ວຍຢ່າງຮີບດ່ວນເຄື່ອງໃຊ້ໃນຊີວິດປະຈຳວັນ, ວັດຖຸສິ່ງຂອງທີ່ຈຳເປັນໃນການເຮັດອະນາໄມ,ທຳຄວາມສະອາດ ເພື່ອ ປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19 ແລະ ໄພແຫ້ງແລ້ງ ລວມມີຖັງຕອງນ້ຳ, ສະບູ່, ນ້ຳຢາລ້າງມື ໃຫ້ແກ່ບັນດາຄອບຄົວ, ຮາກຖານສາທາລະນະສຸກບາງຕາແສງ ແລະ ບັນດາໂຮງຮຽນໃນບໍລິເວນແຂວງ.       

ຕອບກັບ

ຂ່າວ/ບົດ​ອື່ນ