ການເຮັດວຽກລະຫວ່າງ 2 ຄະນະ
(ພາບ: VGP/ດິງນາມ)
(vovworld) – ໂດຍສືບຕໍ່ການປະຕິບັດງານຢູ່ ອາເມລິກາ, ວັນທີ 10/6 (ຕາມເວລາທ້ອງຖິ່ນ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໄປຢ້ຽມຢາມສູນປ້ອງກັນພະຍາດ ແລະ ຄວມຄຸມໂລກພະຍາດ ອາເມລິກາ (USCDC). ທີ່ການເຮັດວຽກກັບ ທ່ານນາງ Anne Schuchat, ຮອງຜູ້ອຳນວຍການຜູ້ປະຈຳການ USCDC, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຢັ້ງຢືນວ່າ: ເຖິງວ່າຍັງມີຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ລັດຖະບານ ຫວຽດນາມ ຍາມໃດກໍ່ກຳນົດບຸລິມະສິດລົງທຶນໃຫ້ວຽກງານສົ່ງເສີມສຸຂະພາບຂອງປະຊາຊົນ. ແຕ່ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງຕ້ອງການການຮ່ວມມື, ໜູນຊ່ວຍຂອງບັນດາອົງການການແພດຄື USCDC ຍ້ອນຫຼາຍບັນຫາສຸຂະພາບບໍ່ພຽງແຕ່ແມ່ນບັນຫາສະເພາະຂອງປະເທດໃດໜຶ່ງ. ສ່ວນທ່ານນາງ Anne Schuchat ໃຫ້ຮູ້ວ່າ: USCDC ຈະສືບຕໍ່ໜູນຊ່ວຍບັນດາປະເທດເຂົ້າຮ່ວມໂຄງການສາທາລະນະສຸກທົ່ວໂລກ, ໃນນັ້ນມີ ຫວຽດນາມ. ພ້ອມກັນນັ້ນ, USCDC ຈະແບ່ງປັນບັນດາບົດຮຽນ, ໜູນຊ່ວຍ, ເປັນທີ່ປຶກສາ ໃຫ້ ຫວຽດນາມ ໃນການຫັນປ່ຽນຮູບແບບ, ກົນໄກຈັດຕັ້ງຂອງບັນດາຫົວໜ່ວຍການແພດປ້ອງກັນຂັ້ນແຂວງ, ເມືອງ ເພື່ອສ້າງຕັ້ງກຳລັງອາຊີບເຄື່ອນໄຫວໃນຂົງເຂດການແພດປ້ອງກັນ, ກ່າວເຕືອນໂລກລະບາດ, ຮັບມືກັບສະພາວະສຸກເສີນ.