Vietnam Airlines ຖືກຈັດໃນຕາຕະລາງຈັດອັນດັບ 10 ບໍລິສັດການບິນສາກົນທີ່ດີທີ່ສຸດປີ 2023 ໂດຍ Bounce ຄັດເລືອກ
(VOVWORLD) - ບໍລິສັດການບິນ Vietnam Airlines ນອນໃນບັນຊີລາຍຊື່ 10 ບໍລິສັດການບິນສາກົນທີ່ດີທີ່ສຸດໃນປີ 2023, ຕາມຕາຕະລາງຈັດອັນດັບຂອງ Bounce, ເຊິ່ງເປັນບໍລິສັດການບໍລິການຂົນສົ່ງ ທີ່ມີສຳນັກງານຕັ້ງຢູ່ ອາເມລິກາ ແລະ ເຄື່ອນໄຫວຢູ່ຫຼາຍກວ່າ 1.000 ແຫ່ງ ໃນໂລກ.
ເຮືອບິນຂອງບໍລິສັດການບິນ Vietnam Airlines ລົງຈອດຢູ່ໜະໜາມບິນ ເຕິນເຊີນເຍິດ (ພາບ:TTXVN) |
ຕາຕະລາງຈັດອັນດັບ ໄດ້ປະຕິບັດໂດຍອີງໃສ່ການໄຈ້ແຍກຂອງບັນດານັກຊ່ຽວຊານຂອງ Bounce, ຕາມນັ້ນແລ້ວ ກໍ່ໄດ້ປຽບທຽບ ແລະ ໃຫ້ຄະແນນບໍລິສັດການບິນ 60 ແຫ່ງທົ່ວໂລກ ໂດຍອີງໃສ່ບັນດາມາດຖານຄື: ຈຳນວນຖ້ຽວບິນທີ່ປະຕິບັດຖືກໂມງເວລາ, ຈຳນວນຖ້ຽວບິນທີ່ເລື່ອນ ແລະ ໂຈະໄວ້, ຄຸນນະພາບການບໍລິການຮັບໃຊ້ຜູ້ໂດຍສານໃນເຮືອນບິນ, ບ່ອນນັ່ງ, ສະຖານທີ່ຮັບໃຊ້ພາລະກອນ, ການໜູຊ່ວຍພາກໜ້າດິນ…
ນຳໜ້າຕາຕະລາງຈັດອັນດັບປີນີ້ແມ່ນ Japan Airlines (ຍີ່ປຸ່ນ), ຖັດຈາກນັ້ນແມ່ນ Singapore Airlines (ສິງກະໂປ), Qatar Airways (ກາຕາ). Vietnam Airlines ຢູ່ໃນລະດັບດຽວກັນກັບບໍລິສັດການບິນ Emirates (ສະຫະລັດ ອາຣັບ ເອມມີເລດ).