Vietnam Airlines ເປີດສາຍການບິນໂດຍກົງເຖິງສະໜາມບິນ Hesthrow ຢູ່ລອນດອນ
ນັກທ່ອງທ່ຽງຖ່າຍຮູບກ່ອນໄປຢ້ຽມຢາມຫວຽດນາມ
(ພາບ: Vietnam+)
(vovworld) – ຕອນເຊົ້າວັນທີ 31/03, ເຮືອບິນໝາຍເລກ VN 55 ຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ໄດ້ບິນຈາກສະໜາມບິນ ໂນ້ຍບ່າຍ ລົງສະໜາມບິນ Hesthrow ຢູ່ລອນດອນ, ປະເທດອັງກິດ ໄດ້ເປີດການບໍລິການສາຍການບິນໂດຍກົງລະຫວ່າງສະໜາມບິນໃຫຍ່ກວ່າໝູ່ຂອງລາຊະອານາຈັກອັງກິດ ກັບສະໜາມບິນໂນ້ຍບ່າຍ ແລະ ເຕີນເຊີນຍືດ. ນັບແຕ່ວັນທີ 31/03, ຜູ້ໂດຍສານຂອງ Vietnam Airlines ເມື່ອໄປ/ມາ ລອນດອນ ຈະເຮັດລະບຽບ, ຂຶ້ນຍົນຢູ່ສະຖານີສະໜາມບິນ T4 ຂອງສະໜາມບິນ Hesthrow, ແທນທີ່ເຮັດລະບຽບການຢູ່ສະໜາມບິນ Gatwick ເຊິ່ງຫວຽດນາມ ໄດ້ຂຸດຄົ້ນກ່ອນນັ້ນ. ກ່າວຄຳເຫັນທີ່ພິທີ, ທ່ານ John Holland Kaye, ຫົວໜ້າບໍລິຫານສະໜາມບິນ Hesthrow ຖືວ່າ, ຫວຽດນາມ ພວມແມ່ນຈຸດນັດພົບທີ່ນັບມື້ນັບດຶງດູດໃຫ້ແກ່ຈຸດປະສົງຄົ້ນຫາການທ່ອງທ່ຽວ ແລະ ດຳເນີນທຸລະກິດ. ທ່ານຢືນຢັນວ່າ, ເລື່ອງ Vietnam Airlines ຫັນການຂຸດຄົ້ນໄປສູ່ສະໜາມບິນ Hesthrow ແມ່ນຂ່າວດີໃຫ້ປະເທດອັງກິດ, ຍ້ອນມັນໄດ້ຊ່ວຍຮັບປະກັນສາຍການບິນໂດຍກົງເຖິງພື້ນຖານເສດຖະກິດທີ່ພວມເຕີບໂຕ.