Vietnam Airlines ແລະ Air France ລົງນາມໃນສັນຍາຮ່ວມທຸລະກິດຮ່ວມມືຢ່າງຮອບດ້ານ

(VOVWORLD) -ຕອນບ່າຍວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ບໍລິສັດໃຫຍ່ການບິນແຫ່ງຊາດຫວຽດນາມ (Vietnam Airlines) ແລະ ບໍລິສັດການບິນແຫ່ງຊາດຝລັ່ງ (Air France) ໄດ້ລົງນາມໃນສັນຍາຮ່ວມທຸລະກິດຮ່ວມມືຮອບດ້ານ.
Vietnam Airlines ແລະ Air France ລົງນາມໃນສັນຍາຮ່ວມທຸລະກິດຮ່ວມມືຢ່າງຮອບດ້ານ - ảnh 1 (Vietnam Airlines ແລະ Air France ລົງນາມໃນສັນຍາຮ່ວມທຸລະກິດຮ່ວມມືຢ່າງຮອບດ້ານ)

ສັນຍາຮ່ວມທຸລະກິດລະຫວ່າງ 2 ບໍລິສັດຈະໄດ້ຮັບການຜັນຂະຫຍາຍແຕ່ວັນທີ 1 ພະຈິກ 2017. ຕາມສັນຍາທີ່ໄດ້ຮັບການລົງນາມແລ້ວ, ບົນພື້ນຖານການຮ່ວມມືຮອບດ້ານ ແລະ ເສີມຂະຫຍາຍທ່າແຮງຂອງແຕ່ລະຝ່າຍ, Vietnam Airlines ແລະ Air France ຈະສະໜອງບັນດາການຄັດເລືອກ ແລະ ຄວາມສະດວກຫຼາຍຢ່າງຕື່ມອີກໃຫ້ຜູ້ໂດຍສານຜ່ານການຮ່ວມມືເຄືອຂ່າຍການບິນຂອງ 2 ບໍລິສັດ, ກໍຄືຜ່ານບັນດາສູນສົ່ງຕໍ່ຂອງພາກພື້ນ ແລະ ໂລກແມ່ນສະໜາມບິນ ໂນ້ຍບ່າຍ, ເຕີນເຊີນເຍີດ ແລະ Paris – Charles De Gaulle ເຖິງ 50 ສະໜາມບິນຢູ່ເອີລົບ ຂອງ Air France ແລະ 21 ສະໜາມບິນພາຍໃນປະເທດຂອງ Vietnam Airlines. ຈາກນັ້ນ, ສືບຕໍ່ເຊື່ອມຕໍ່ເຄືອຂ່າຍສາຍການບິນຂອງບັນດາບໍລິສັດການບິນສະມາຊິກໃນສະຫະພັນການບິນທົ່ວໂລກ Skyteam ກວ່າ 1.000 ສະໜາມບິນໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ