VietnamWood - ງານ​ວາງ​ສະ​ແດງ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂົງ​ເຂດ​ອຸດ​ສາ​ຫະ​ກຳ ໄມ້ ຈະ​ດຳ​ເນີນ​ໃນ​ເດືອນ​ຕຸ​ລາ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

(VOVWORLD) -ຕາມຜູ້ຕາງໜ້າຄະນະຈັດຕັ້ງງານວາງສະແດງແລ້ວ, ດ້ວຍການເຕີບໂຕກະໂດດຂັ້ນໃນຂົງເຂດເຄື່ອງພາຍໃນຄອບຄົວ ໃນຊຸມປີມໍ່ໆມານີ, ຫວຽດນາມ ໄດ້ກາຍເປັນປະເທດສົ່ງອອກຜະລິດຕະພັນເຄື່ອງເຟີນີເຈີ ໃຫຍ່ອັນດັບທີສອງໃນທົ່ວໂລກ. 
VietnamWood - ງານ​ວາງ​ສະ​ແດງ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂົງ​ເຂດ​ອຸດ​ສາ​ຫະ​ກຳ ໄມ້ ຈະ​ດຳ​ເນີນ​ໃນ​ເດືອນ​ຕຸ​ລາ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ - ảnh 1ພາບປະກອບ: TTXVN

VietnamWood - ງານວາງສະແດງແຖວໜ້າອາຊີຕາເວັນອອກສ່ຽງໃຕ້ ຂົງເຂດອຸດສາຫະກຳ ໄມ້ ຄາດວ່າຈະດຳເນີນຢູ່ສູນຕະຫຼາດນັດ ແລະ ງານວາງສະແດງໄຊງ່ອນ (SECC), ນະຄອນໂຮ່ຈີມິນ ໃນລະຫວ່າງວັນທີ 18 – 21 ຕຸລາ ປີ 2022. ງານວາງສະແດງຈະມີການເຂົ້າຮ່ວມຂອງຫຼາຍຮ້ານວາງສະແດງສິນຄ້າສາກົນ ທີ່ມາຈາກ: ເຢຍລະມັນ, ໂອຕາລິດ, ອາເມລິກາ, ຝລ່ັງ, ການາດາ, ໄຕ້ຫວັນ (ຈີນ), ພ້ອມກັບໜ່ວຍງານວາງສະແດງທີ່ມາຈາກ 22 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ຂ່າວຄາວດັ່ງກ່າວໂດຍບໍລິສັດ Chan Chao International Co., Ltd - ຫົວໜ່ວຍແຖວໜ້າໃນຂະແໜງຈັດຕັ້ງງານວາງສະແດງ ແລະ ຕະຫຼາດນັດ ການຄ້າ ຢູ່ ອາຊຽນ ແລະ ອາຊີໃຕ້  ສົມທົບກັບບາງຫົວໜ່ວຍສົ່ງເສີມອຸດສາຫະກຳການຄ້າໄດ້ຍົກອອກມາໃນວັນທີ 20 ສິງຫາ.

ຕາມຜູ້ຕາງໜ້າຄະນະຈັດຕັ້ງງານວາງສະແດງແລ້ວ, ດ້ວຍການເຕີບໂຕກະໂດດຂັ້ນໃນຂົງເຂດເຄື່ອງພາຍໃນຄອບຄົວ ໃນຊຸມປີມໍ່ໆມານີ, ຫວຽດນາມ ໄດ້ກາຍເປັນປະເທດສົ່ງອອກຜະລິດຕະພັນເຄື່ອງເຟີນີເຈີ ໃຫຍ່ອັນດັບທີສອງໃນທົ່ວໂລກ. ວິສາຫະກິດເຮັດເຟີນີເຈີ ຫວຽດນາມ ນັບມື້ນັບເຕີບໃຫຍ່ ແລະ ມີຄວາມສາມາດຕອບສະໜອງຕາມໃບສັ່ງຊື້ສິນຄ້າໃຫຍ່ນັບທັງຕະຫຼາດພາຍໃນປະເທດ ແລະ ສາກົນ. ພິເສດ, ປະຊາຄົມວິສາຫະກິດ ຫວຽດນາມ ສືບຕໍ່ນຳໃຊ້ແຫຼ່ງໄມ້ແບບຍືນຍົງ ມຸ່ງໄປເຖິງເປົ້າໝາຍຫວຽດນາມ ແມ່ນສູນຜະລິດທີ່ປອດໄພໃຫ້ແກ່ຕະຫຼາດສົ່ງອອກທີ່ມີຫຼາຍຮູບຫຼາຍແບບ, ໃນນັ້ນມີບັນດາຕະຫຼາດຈຸດສຸມຄື: ອາເມລິກາ, ອັງກິດ, ການາດາ, ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ