VOV ກະຈາຍສຽງຊ່ອງສະຖານະການການເມືອງ (VOV1) ແລະ ຊ່ອງພາສາອັງກິດ 24/7 ຢູ່ຕອນເໜືອພາກກາງ

(VOVWORLD) - ແຂວງ ເທື່ອທຽນເຫ້ວ ມີທີ່ຕັ້ງດ້ານການເມືອງ, ວັດທະນະທຳ, ເສດຖະກິດສຳຄັນທີ່ສຸດ, ສະນັ້ນ, ເຮັດແນວໃດເພື່ອໃຫ້ VOV ໄດ້ກະຈາຍຄື້ນ, ພິເສດແມ່ນກະຈາຍສຽງໃນທົ່ວບໍລິເວນແຂວງ ເທື່ອທຽນເຫ້ວ
VOV ກະຈາຍສຽງຊ່ອງສະຖານະການການເມືອງ (VOV1) ແລະ ຊ່ອງພາສາອັງກິດ 24/7 ຢູ່ຕອນເໜືອພາກກາງ - ảnh 1ທ່ານ ຫງວຽນເທ໊ກີ໋, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ກ່າວຄຳເຫັນທີ່ພິທີ

ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງສະຖານີວິທະຍຸກະຈາຍສຽງ ຫວຽດນາມ (7/9/1945 - 7/9/2018) ແລະ ຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນຂອງວິທະຍຸກະຈາຍສຽງປົດປ່ອຍ. ຕອນເຊົ້າວັນທີ 31 ສິງຫາ, ຢູ່ສະຖານວິທະຍຸ - ໂທລະພາບ ແຂວງເທື່ອທຽນເຫ້ວ, ທ່ານ ຫງວຽນເທ໊ກີ໋, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV; ທ່ານ ເລເຈື່ອງລືວ, ກຳມະການສູນກາງພັກ, ເລຂາພັກແຂວງ ເທື່ອທຽນເຫ້ວ ພ້ອມກັບບັນດາການນຳ VOV ແລະ ແຂວງ ເທື່ອທຽນເຫ້ວ ເຂົ້າຮ່ວມ ແລະ ກົດປຸ່ມກະຈາຍສຽງຊ່ອງສະຖານະການການເມືອງ VOV1 ແລະ ຊ່ອງພາສາອັງກິດ 24/7 ຕອນເໜືອພາກກາງຂອງ VOV ຢ່າງເປັນທາງການ.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນເທ໊ກີ໋, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ:

        “ແຂວງ ເທື່ອທຽນເຫ້ວ ມີທີ່ຕັ້ງດ້ານການເມືອງ, ວັດທະນະທຳ, ເສດຖະກິດສຳຄັນທີ່ສຸດ, ສະນັ້ນ, ເຮັດແນວໃດເພື່ອໃຫ້ VOV ໄດ້ກະຈາຍຄື້ນ, ພິເສດແມ່ນກະຈາຍສຽງໃນທົ່ວບໍລິເວນແຂວງ ເທື່ອທຽນເຫ້ວ, ໃນການກະຈາຍຄື້ນນັ້ນແມ່ນໄດ້ບຸລິມະສິດໃຫ້ຊ່ອງ VOV1 ແລະ ຊ່ອງພາສາອັງກິດ 24/7 ເພື່ອຮັບໃຊ້ໃຫ້ແຂກທ່ອງທ່ຽວມາທ່ຽວຢູ່ເຫ້ວໃຫ້ນັບມື້ນັບຫຼາຍຂຶ້ນ.”

ຕອບກັບ

ຂ່າວ/ບົດ​ອື່ນ