ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ VOV
(vovworld) - ຕອນບ່າຍວັນທີ 24/12, ວິທະຍຸກະຈາຍສຽງ ຫວຽດນາມ (vov) ໄດ້ຈັດພິທີປະກາດ ສະຖານີໂທລະພາບເຕັກນິກດີຈີຕອນ VTC (ສັງກັດ vov) ສົ່ງສັນຍານໂທລະພາບດີຈີຕອນໜ້າດິນຢ່າງເປັນທາງການ ຕາມເຕັກໂນໂລຢີ DVB-T2 ຢູ່ ຟູ໋ກວົກ. ນີ້ແມ່ນສະຖານີສົ່ງສັນຍານ ທີ 7 ຂອງ VTC ທີ່ນຳໃຊ້ ເຕັກໂນໂລຢີ DVB-T2 ກ້າວໜ້າ, ຖັດຈາກ ຮ່າໂນ້ຍ, ຫາຍຝ່ອງ, ດ່ານັ້ງ, ນະຄອນ ໂຮ່ຈີມິນ, ເກິ່ນເທີ ແລະ ເຊີນລາ. ກ່າວຄວາມເຫັນນະພິທີ, ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ VOV, ໃຫ້ຮູ້ວ່າ: ພາຍຫຼັງສະຖານີສົ່ງສັນຍາ FM ເປີດສະຫຼອງຢູ່ເມືອງ ເກາະຟູ໋ກວົກ, ການນຳ VOV ໄດ້ຊີ້ນຳໃຫ້ VTC ຮີບເຮັ່ງຕິດຕັ້ງເຄື່ອງສົ່ງສັນຍາໂທລະພາບເຕັກນິກດີຈີຕອນຕາມມາດຕະຖານ DVB-T2. ທ່ານ ຫງວຽນເທ໋ກີ ເນັ້ນໜັກວ່າ:
“ສະຖານີ DVB-T2 ຢູ່ ຟູ໋ກວົກຮັບປະກັນສົ່ງສັນຍາໄປທົ່ວເມືອງເກາະທ່ອງທ່ຽວ ແລະ ເຂດອ້ອມຂ້າງ, ຊ່ວຍໃຫ້ປະຊາຊົນສາມາດຕິດຕາມບັນດາຊ່ອງໂທລະພາບ VTC ທີ່ມີຄຸນນະພາບສູງໂດຍບໍ່ຕ້ອງເສຍຄ່າ. ເຫດການນີ້ມີຄວາມໝາຍດ້ານການເມືອງທີ່ສຳຄັນ, ປະກອບສ່ວນຮັດແຄບຊ່ອງຫວ່າງສຳຜັດຂໍ້ມູນຂ່າວໂຄສະນາທີ່ຈຳເປັນຂອງພັກ, ລັດ ສຳລັບປະຊາຊົນຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ, ໝູ່ເກາະ“.
ຕາມແຜນການແລ້ວ, ແຕ່ປີ 2017, VTC ຈະຍູ້ແຮງການຜັນຂະຫຍາຍບັນດາສະຖານີສົ່ງສັນຍາ DVB-T2, ມຸ່ງໄປເຖິງຈຸດໝາຍສົ່ງສັນຍາ DVB-T2 ໄປທົ່ວບັນດາແຂວງ, ນະຄອນຂອງ ຫວຽດນາມ.