VOV ຊຸກຍູ້ການຮ່ວມມື ກັບຊ່ອງໂທລະພາບ ສະພາແຫ່ງຊາດຝະລັ່ງ
Thùy Vân -  
(ພາບ: vov)
(vovworld) -ວັນທີ 11/7, ຄະນະປະຕິບັດງານຂອງວິທະຍຸກະຈາຍສຽງຫວຽດນາມ ໂດຍທ່ານຜູ້ອຳນວຍການໃຫ່ຍຫງວຽນດັງຕຽນ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຊ່ອງໂທລະພາບສະພາແຫ່ງຊາດຝະລັ່ງ ທີ່ນະຄອນຫຼວງປາຣີ-ປະເທດຝະລັ່ງ. ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ ຫງວຽນດັງຕຽນ ໃຫ້ຮູ້ວ່າ, ການສ້າງ ແລະ ພັດທະນາຊ່ອງໂທລະພາບສະພາແຫ່ງຊາດຍັງແມ່ນສິ່ງທີ່ໃໝ່ອ່ຽມສຳລັບຫວຽດນາມ, ຮຽກຮ້ອງຕ້ອງມີການທາບທາມຮູບແບບບັນດາຊ່ອງໂທລະພາບສະພາແຫ່ງຊາດໃນໂລກ. ສ່ວນທ່ານ Gerard Leclerc ຜູ້ອຳນວຍການໃຫ່ຍຊ່ອງໂທລະພາບສະພາແຫ່ງຊາດຝະລັ່ງ ໄດ້ແລກປ່ຽນກ່ຽວກັບບັນດາໂຄງການໃໝ່ຂອງທ່ານໃນການເພີ່ມທະວີລັກສະນະພົວພັນລະຫວ່າງຜູ້ຊົມ ແລະ ແຂກຖືກເຊີນ, ນັກຂ່າວຂອງຊ່ອງໃນບັນດາລາຍການໂທລະພາບຖ່າຍທອດສົດ. ຄະນະຜູ້ແທນວິທະຍຸກະຈາຍສຽງຫວຽດນາມ ຍັງໄດ້ໄປຢ້ຽມຢາມຊ່ອງໂທລະພາບສະພາແຫ່ງຊາດຝະລັ່ງ, ແລກປ່ຽນກັບປະທານຜູ້ອຳນວຍການຊ່ອງໂທລະພາບສະພາແຫ່ງຊາດຝະລັ່ງ ແລະ ຜູ້ອຳນວຍການຮັບຜິດຊອບການຜະລິດລາຍການຂອງຊ່ອງ. ນີ້ແມ່ນບັນດາຂໍ້ມູນຂ່າວທີ່ສຳຄັນ ແລະ ມີປະໂຫຍດຊື່ງວິທະຍຸກະຈາຍສຽງຫວຽດນາມ ສາມາດທາບທາມໃນວິວັດການສ້າງ ແລະ ພັດທະນາຊ່ອງໂທລະພາບສະພາແຫ່ງຊາດຫວຽດນາມ./.
Thùy Vân