VOV ສະ​ເໜີ​ລາຍ​ການ “ຫວຽດ​ນາມ-ສັງ​ກາດ​ບຸກ​ບືນ”

(VOVWORLD) -   ລາຍການ “ຫວຽດນາມ-ສັງກາດບຸກບືນ” ໄດ້ຜັນຂະຫຍາຍໃນສື່ມວນຊົນຫຼາຍປະເພດຂອງວິທະຍຸກະຈາຍສຽງ ຫວຽດນາມ ຊື່ງໄດ້ຮັບຄວາມຫວັງວ່າ ຈະແມ່ນສະຖານທີ່ເຊື່ອມຕໍ່ບັນດາຫົວໃຈຜູ້ຮັກຊາດ.
VOV ສະ​ເໜີ​ລາຍ​ການ “ຫວຽດ​ນາມ-ສັງ​ກາດ​ບຸກ​ບືນ” - ảnh 1

   ຕອນບ່າຍວັນທີ 2 ຕຸລາ, ຢູ່ ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດພິທີສະເໜີລາຍການໃນສື່ມວນຊົນຫຼາຍປະເພດທີ່ໃສ່ຊື່ວ່າ: “ຫວຽດນາມ-ສັງກາດບຸກບືນ”. ລາຍການເພື່ອແນ່ໃສ່ເຜີຍແຜ່ຢ່າງກ້ວາງຂວາງສານຂອງທ່ານເລຂາທິການໃຫ່ຍ ປະທານປະເທດ ໂຕເລິມ ຢູ່ກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13, ສ້າງຄວາມເຊື່ອໝັ້ນໃໝ່, ບັນຍາກາດໃໝ່ ໃນໄລຍະພັດທະນາໃໝ່; ພ້ອມທັງໂຄສະນາບັນດາຫົວເລື່ອງໃໝ່, ເປັນຈຸດສຸມແຕ່ນີ້ຮອດວັນຈັດກອງປະຊຸມໃຫ່ຍຄັ້ງທີ 14 ຂອງ ພັກກອມມູນິດ ຫວຽດນາມ.

  ກ່າວຄຳເຫັນທີພິທີ, ທ່ານ ໂດ້ຕຽນຊີ, ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ:

  ໃນແຜນການຈັດຕັ້ງຈະມີບັນດາລາຍການ, ເຫດການທິດສະດີການເມືອງ ສິລະປະ ເພື່ອແນໃສ່ສືບຕໍ່ປະກອບສ່ວນປຸກລຸກຄວາມຄາດຫວັງບຸກບືນຂອງຊາດ ຫວຽດນາມ. ລາຍການຈະໄດ້ປະຕິບັດເປັນ 2 ໄລຍະ: ໄລຍະທີ 1 ແມ່ນແຕ່ນີ້ ຮອດວັນຈັດກອງປະຊຸມໃຫ່ຍຂອງພັກ ແລະ ໄລຍະທີ 2 ແມ່ນຫຼັງກອງປະຊຸມໃຫ່ຍ. ໃນໄລຍະທີ 1, ແຕ່ນີ້ຮອດເດືອນມັງກອນປີ 2026 ບັນດາຫົວໜ່ວຍຂຶ້ນກັບວິທະຍຸກະຈາຍສຽງ ຫວຽດນາມ, ໃນນັ້ນມີນັກຂ່າວປະມານ 1000 ຄົນ ຈະມານະພະຍາຍາມ ເພື່ອຜົນງານສື່ມວນຊົນຂອງຕົນ ປະກອບສ່ວນພິສູດພ້ອມກັບ “ຫວຽດນາມ-ສັງກາດບຸກບືນ”. ຜ່ານນັ້ນ ປະກອບເຫື່ອແຮງ, ຮ່ວມແຮງຮ່ວມໃຈ, ປະກອບສ່ວນໃຫ້ແກ່ການພັດທະນາຂອງບ້ານເກີດເມືອງນອນ, ສະແດງໃຫ້ເຫັນນ້ຳໃຈຮັກຊາດ, ຄວາມຮັບຜິດຊອບກັບອະນາຄົດຂອງປະເທດຊາດ.

    ລາຍການ “ຫວຽດນາມ-ສັງກາດບຸກບືນ” ໄດ້ຜັນຂະຫຍາຍໃນສື່ມວນຊົນຫຼາຍປະເພດຂອງວິທະຍຸກະຈາຍສຽງ ຫວຽດນາມ ຊື່ງໄດ້ຮັບຄວາມຫວັງວ່າ ຈະແມ່ນສະຖານທີ່ເຊື່ອມຕໍ່ບັນດາຫົວໃຈຜູ້ຮັກຊາດ, ເອົາໃຈໃສ່ຕໍ່ການພັດທະນາຂອງຊາວ ຫວຽດນາມ, ຊະຕາກຳຂອງປະເທດໃນໄລຍະໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ