VOV5ມອບຂອງຂວັນໃຫ້ປະຊາຊົນທຸກຍາກຕາແສງຊີ໋ນກ໋າຍ,ເມືອງແມ່ວວາກ,ແຂວງຮ່າຢາງ

VOV5ມອບຂອງຂວັນໃຫ້ປະຊາຊົນທຸກຍາກຕາແສງຊີ໋ນກ໋າຍ,ເມືອງແມ່ວວາກ,ແຂວງຮ່າຢາງ - ảnh 1
VOV5ມອບຂອງຂວັນໃຫ້ປະຊາຊົນທຸກຍາກຕາແສງຊີ໋ນກ໋າຍ,ເມືອງແມ່ວວາກ,ແຂວງຮ່າຢາງ

(vovworld) – ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກບຸກ​ຄົນ ແລະ ວິ​ສາ​ຫະ​ກິດ, ຕອນ​ບ່າຍວັນ​ທີ 9/1, ຄະ​ນະ​ພະ​ນັ​ກ​ງານ, ນັກ​ຂ່າວ​ພາກ​ລະ​ບົບ​ລາຍ​ການ​ກະ​ຈາຍ​ສຽງ​ພາ​ສາ​ຕ່າງ​ປະ​ເທດ (VOV5), ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​​​ຊາວ​ຊົນເຜົ່າ​ສ່ວນ​ໜ້ອຍ​ຢູ່​ຕາ​ແສງ ຊີ໋ນ​ກ໋າຍ, ເມືອງ ແມ່ວ​ວາກ, ແຂວງ ຮ່າ​ຢາງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ໂຄງ​ການ “ລະ​ດູ​ບານ​ໃໝ່​ທີ່​ອົບ​ອຸ່ນຢູ່​ເຂດຊາຍ​ແດນ” ໂດຍ VOV5 ​ປຸກ​ລະ​ດົມ​​ໃນຫຼາຍ​ປີ​ມານີ້. ນັກ​ຮຽນ​ທຸກ​ຍາກ​ເກືອບ 400 ຄົນ, ພ້ອມ​ກັບ​ຄອບ​ຄົວ​ທຸກ​ຍາກ​ກ່​ວາ 100 ຄອ​ບ​ຄົວ ແລະ ຄູ​ອາ​ຈານ​ຂອງ 6 ບ້ານ​ໃນ​ຕາ​ແສງ ໄດ້​ຮັບ​ຂອງ​ຂວັນ​ປີ​ໃໝ່​ປີ​ມະ​ແມ. ຂອງ​ຂວັນ​ລວມ​ມີ: ປື້ມ​ຕຳ​ລາ​ຮຽນ, ປື້ມ​ຂຽນ, ຜ້າ​ຫົ່ມ,​ເສື້ອ​ກັນ​ໜາວ, ຄັນ​ຫົ່ມ, ໝວກ… ດ້ວຍຍອດມ​ູນ​ຄ່າ​ກ່​ວາ 100 ລ້ານ​ດົ່ງ. ທ່ານ​ນາງ ດ່​ວານ​ທິ​ຈູງ, ຜູ້​ອຳ​ນວຍ​ການ​ VOV5, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ມານີ້ ເຫັນ​ວ່າ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພູ​ດອຍ​ຍັງ​ຫຍຸ້ງ​ຍາກຫຼາຍ. ຖະ​ໜົນ​ຫົນ​ທາງ​ໄປ​ມາ​ບໍ່​ສະ​ດວກ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ: ​ຂອງ​ຂວັນ​​ເຫຼົ່ານີ້​ຈະ​​ປະ​ກອບ​ສ່ວນເຮັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນໄດ້​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ດ້ວຍ​ຄວາມ​ອົບ​ອຸ່ນ. ໄລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ວຽກ​ງານ​ກຸ​ສົນ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ພູ​ສູງ​ໄດ້ຫຼາຍ​ກ່​ວາ​ອີກ”

        ຕອນ​ຄ່ຳ​ວັນ​ດຽວ​ກັນ, ຄະ​ນະ​ນັກ​ຂ່າວ, ບັນ​ນາ​ທິ​ການ​ຂອງ VOV5 ໄດ້​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ແລະ ພົວ​ພັນ​ແລກ​ປ່ຽນ​​ຢູ່ປ​້ອມ​ປ້ອງ​ກັນ​ຊາຍ​ແດນ ຊຳ​ປູນ ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ທ້ອງ​ຖີ່ນ.

 


ຂ່າວ/ບົດ​ອື່ນ