(vovworld) - ໃນລະຫວ່າງວັນທີ 18 – 24/07, ຄະນະປະບັດງານຂອງວິທະຍຸກະຈາຍສຽງຫວຽດນາມ (VOV) ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາອົງການສື່ມວນຊົນຂອງມຽນມາ ແລະ ອິນເດຍ ເພື່ອເປີດກ້ວາງ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດກະຈາຍສຽງ-ໂທລະພາບ, ເພື່ອແນໃສ່ຫັນຈຸດໝາຍພັດທະນາ VOV ຕາມຮູບແບບກຸ່ມບໍລິສັດສື່ມວນຊົນຫຼາຍພາຫະນະ.
ທີ່ມຽມາ, ທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍ ໄດ້ຕາງໜ້າ VOV ລົງນາມໃນຂໍ້ຕົກລົງຮ່ວມມືກັບວິທະຍຸກະຈາຍສຽງ-ໂທລະພາບ ມຽນມາ (MRTV). ຕາມຂໍ້ຕົກລົງນີ້ແລ້ວ, VOV ແລະ MRTV ຈະແລກປ່ຽນບັນດາລາຍການກະຈາຍສຽງ ແລະ ໂທລະພາບກ່ຽວກັບບັນດາບັນຫາຊີວິດການເປັນຢູ່, ການທ່ອງທ່ຽວ, ສິລະປະ, ວັດທະນະທຳ, ການສຶກສາຂອງແຕ່ລະປະເທດ ແລະ ພິເສດແມ່ນແລກປ່ຽນບັນດາລາຍການດົນຕີ. VOV ແລະ MRTV ກໍຈະຮ່ວມມືຜະລິດລາຍການວິທະຍຸກະຈາຍສຽງ-ໂທລະພາບ ກ່ຽວກັບຫົວຂໍ້ຕ່າງໆທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເໝາະສົມກັບນະໂຍບາຍດ້ານຂໍ້ມູນຂ່າວ, ກົດໝາຍ ແລະ ຂໍ້ກຳນົດຂອງແຕ່ລະປະເທດ. 2 ຝ່າຍກໍເປັນເອກະພາບນຳກັນແລກປ່ຽນບັນດາຄະນະຜູ້ແທນເຊິ່ງແມ່ນການນຳຂັ້ນສູງ, ຈັດກອງປະຊຸມຜັດປ່ຽນ 2 ປີເທື່ອໜຶ່ງຢູ່ແຕ່ລະປະເທດ ເພື່ອປຶກສາຫາລື, ໃຫ້ຂໍ້ສັງເກດ ແລະ ຕີລາຄາການປະຕິບັດບັນດາລາຍການຮ່ວມມື ຕາມເອກະສານທີ່ໄດ້ຕົກລົງ.
ທີ່ການເຮັດວຽກຢູ່ອິນເດຍ, ຄະນະຜູ້ແທນໄດ້ມີການເຮັດວຽກກັບບັນດາການນຳຂອງບໍລິສັດວິທະຍຸກະຈາຍສຽງ-ໂທລະພາບອິນເດຍ (Prasar Bharati) ແລະ 2 ອົງການສັງກັດສະຖານີໂທລະພາບ Doordrarshan ແລະ ວິທະຍຸກະຈາຍສຽງທົ່ວອິນເດຍ (All India Radio) ເພື່ອຊຸກຍູ້ການຜັນຂະຫຍາຍບັນດາການເຄື່ອນໄຫວລະອຽດ ຕາມຂໍ້ຕົກລົງທີ່ໄດ້ລົງນາມໃນເດືອນ 10/2014 ລະຫວ່າງ VOV ແລະ Prasar Bharati. ຕາມນັ້ນແລ້ວ, ໃນຕໍໜ້າ, VOV ພ້ອມກັບສະຖານນີໂທລະພາບ Doordrarshan ແລະ ວິທະຍຸກະຈາຍສຽງທົ່ວອິນເດຍ ຈະແລກປ່ຽນບັນດາລາຍການກະຈາຍສຽງ, ໂທລະພາບກ່ຽວກັບຂົງເຂດດົນຕີ, ວັດທະນະທຳ, ອາຫານການກິນ, ການທ່ອງທ່ຽວ, ຮູບເງົາ ແລະ ເພີ່ມທະວີຂໍ້ມູນຂ່າວກ່ຽວກັບການເຄື່ອນໄຫວ 2 ຝ່າຍ.