WB ຄາດຄະເນການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ປີ2017ແມ່ນ​ຢູ່​ໃນ​ລະ​ດັບ6,3%

WB ຄາດຄະເນການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ປີ2017ແມ່ນ​ຢູ່​ໃນ​ລະ​ດັບ6,3% - ảnh 1
(ພາບປະກອບ)

(vovworld) - ​ໃນ​ບົດ​ລາຍ​ງານ​ອັບ​ເດັດສະພາບການ​ເສດຖະກິດ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ - ​ປາຊີ​ຟິກ ປະກາດ​​ໃນ​ວັນ​ທີ 13/04, ທະນາຄານ​ໂລກ (WB) ຄາດ​ຄະ​ເນ​ວ່າ ບັນດາ​ປະ​ເທດ​ພາກ​ພື້ນອາຊີ​ຕາ​ເວັນ​ອອ ​ສ່ວນ​ຫລາຍ​ຍັງ​ຄົງ​ຮັກສາ​ໄດ້ທ່າ​ເຕີບ​ໂຕ​ເປັນ​ປົກກະຕິ​ໃນ 3 ປີ​ຈະ​ມາ​ເຖິງ, ຢູ່​ໃນ​ລະດັບ​ປານ​ກາງ 6,2%. WB ກໍ່​ຕີ​ລາ​ຄາ​ແງ່​ຫວັງ​ການ​ເຕີບ​ໂຕ​ຂອງພາກ​ພື້ນ ອາດ​ສາມາດ​ຖືກຄວາມ​ສ່ຽງຈາກ​ບັນດາ​ຄວາມອ່ອນ​ດ້ອຍ​ພາຍ​ໃນ​ປະ​ເທດ ​ແລະ ສະພາບ​ແວດ​ລ້ອມ​ໃນ​ທົ່ວ​ໂລກ ຄືອັດຕາ​ດອກ​ເບ້ຍ​ຂອງ​ເງິນ USD ​ເພີ່ມ​ຂຶ້ນ​ໄວ​ກ່ວາ​ການ​ຄາດ​ຄະ​ເນ, ການອາລັກຂາຢູ່​ບາງ​ປະ​ເທດ​ພັດທະນາ ​ແລະ ລະດັບ​ໜີ້​ເພີ່ມ​ຂຶ້ນສູງ​ຢູ່​ບາງ​ປະ​ເທດ​ອາຊີ​ຕາ​ເວັນອອກ.

        ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ ຫວຽດນາມ, WB ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ແງ່​ຫວັງ​ຂອງ ຫວຽດນາມ ​ໃນ​ໄລຍະ​ກາງ​ຍັງ​ສະດວກ​ຢູ່. ການ​ເຕີບ​ໂຕ GDP ຂອງ​ຫວຽດ​ນາມ ໃນ​ປີນີ້ ບັນ​ລຸ​ຢູ່​ໃນ​ລະ​ດັບ 6,3%, ໃນ​ສອງ​ປີ​ຈະ​ມາ​ເຖິງ, ອາດ​ຈະ​ເພີ່ມ​ຂຶ້ນ​ຢູ່​ໃນ​ລະ​ດັບ 6,4%. ກຳ​ລັງ​ດັນ​ໄພ​ເງິນ​ເຟີ້​ຢູ່​ຫວຽດ​ນາມ ເບິ່ງ​ລວມ​ແລ້ວ​ແມ່ນ​ຢູ່​ໃນ​ລະ​ດັບ​ຕ່ຳ, ຍ້ອນ​ລາ​ຄ່າ​ສິນ​ຄ້າ​ທົ່ວ​ໂລກ​ພວມ​ຫລຸດ​ລົງ. ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ​ປີນີ້ ຄາດ​ຄະ​ເນ​ວ່າ​ເພີ່ມ​ຂຶ້ນ​ປະ​ມານ 4% ແລະ ຈະ​ຮັກ​ສາ​ລະ​ດັບ​ນີ້​ໃນ 2 ປີ​ຂ້າງ​ຫ​ນ້າ. 


ຕອບກັບ

ຂ່າວ/ບົດ​ອື່ນ