WB ຊ່ວຍ​ເຫຼືອ ຫວຽດນາມ ຮັບ​ມື​ກັບສິ່ງ​ທ້າ​ທ້າຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

WB ຊ່ວຍ​ເຫຼືອ ຫວຽດນາມ ຮັບ​ມື​ກັບສິ່ງ​ທ້າ​ທ້າຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ - ảnh 1
( WB ຊ່ວຍ​ເຫຼືອ ຫວຽດນາມ ຮັບ​ມື​ກັບສິ່ງ​ທ້າ​ທ້າຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ)
( vov world )     ທະນາຄານ​ໂລກ ( WB ) ຫາ​ກໍ່​ອະນຸມັດ​ຜ່ານ​​ໂຄງການ​ສິນ​ເຊື່ອ​ມີ​ມູນ​ຄ່າ 70 ລ້ານ USD ຈາກສະຫະ​ສະມາຄົມ​ພັດທະນາ​ສາກົນ ( IDA ) ​ເພື່ອ​ຊ່ວຍ​ເຫຼືອ ຫວຽດນາມ ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທ້າຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ນີ້​ແມ່ນ​ໂຄງການ​ທ​ຳອິດ​ທີ່​ໄດ້ຣັບການ​ອະນຸມັດຜ່ານ​ໃນ​ຈຳນວນ 3 ​ໂຄງການ​​ສິນ​ເຊື່ອ​ຂອງ WB ຊ່ວຍ​ເຫຼືອ​​ພັດທະນາ ​ແລະ ປະຕິບັດ​ບັນດາ​ການ​​ເຄື່ອນ​ໄຫວໃຫ້​ບຸລິມະສິດ​ເພີ່ມ​ທະວີ​ນະ​ໂຍບາຍ​ຕ່າງໆ, ຍຸດ​ທະ​ສາດ​ ​ແລະ ລະບອບ​ລະບຽບການ​ທີ່​ຈຳ​ເປັນ​ເພື່ອປະຕິ​ກິລິຍາ​ຢ່າງ​ມີ​ປະ​ສິ​ດທິຜົນ​ຕໍ່ໜ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຫວຽດນາມ ​​ເປັນ​ໜື່ງ​ໃນ​ຈຳນວນ​ໜ້ອຍ​ປະ​ເທດມີ​ຄວາ​ມຊຽງທີ່​ສຸດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພິ​ເສດ​ແມ່ນ​ນ້ຳ​ຖ້ວມ, ພະຍຸ ​ແລະ ນ້ຳ​ທະ​ເລ​ຂື້ນ​ສູງ. ​ໂຄງການ​ສິນ​ເຊື່ອ​ດັ່ງກ່າວ​ໄດ້​ສູ້​ມ​ໃສ່ 4 ຈຸດໝາຍ​ນະ​ໂຍບາຍ​ໃນ 3 ​ເສົ້າ​ຄ້ຳພື້ນ​ຖານ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. 3 ​ເສົ້າ​ຄ້ຳ​ລວມມີການ​ດັ​ດປັບ​ໃຫ້ແທດ​ເໝາະ, ຫຼຸດຜ່ອນ​ຜົນ​ກະທົບ ​ແລະ ບັນດາ​ບັນຫາ​​ສົ່ງ​ຜົນ​ສະທ້ອນຈາກ​ຜົນ​ກະທົບ​ຂອງການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເພື່ອ​ແນ​ໃສ່​ຊ່ວຍ ຫວຽ​ດນາມ ພັດທະນາ​ຢ່າງ​ໝັ້ນຄົງ. 4 ຈຸດໝາຍ​ລວມມີ ​ເພີ່ມ​ທະວີ​ຄວາມ​ສາມາດ​ຕ້ານ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພິ​ເສດ​ກ່ຽວ​ກັບ​​ແຫຼ່ງນ້ຳ, ຫຼຸດຜ່ອນ​ມົນ​ລະ​ຜິດ​ເຮືອນ​ແກ້ວ, ​ໂດຍ​ສະ​ເພາະ​ແມ່ນ​ຍົກ​ສູງ​ປະສິດທິ​ຜົນ​ນຳ​ໃຊ້​ພະລັງງານ, ​ເພີ່ມ​ທະວີ​ຄວາມ​ສາມາດ ​ແລະ ບຸລິມະສິດ​ປະຕິບັດ​ນະ​ໂຍບາຍ​ຕ້ານ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເພີ່ມ​ທະວີ​ຂອບ​ເຂດ​ການ​ເງິນ​ໜູນ​ຊ່ວຍ​ການ​ກະທຳ​ຕ້ານ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ .
ຂ່າວ/ບົດ​ອື່ນ