WB ປາດຖະໜາຢາກຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາຂະແໜງພະລັງງານ

(VOVWORLD) - ທ່ານລັດຖະມົນຕີ ຫງວຽນຮົ່ງຢ້ຽນ ໃຫ້ຮູ້ວ່າ: ເພື່ອຜັນຂະຫຍາຍການຫັນປ່ຽນພະລັງງານຢ່າງຍຸດຕິທຳ, ຫວຽດນາມ ຕ້ອງມີການໜູນຊ່ວຍຢ່າງສຸດຂີດຈາກບັນດາຄູ່ຮ່ວມມືສາກົນໃນການຖ່າຍທອດເຕັກໂນໂລຢີ
WB ປາດຖະໜາຢາກຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາຂະແໜງພະລັງງານ - ảnh 1ທີ່ການພົບປະ
(ພາບ: moit.gov.vn)

ຫວຽດນາມ ສົ່ງເສີມບັນດາພາກສ່ວນເສດຖະກິດລົງທຶນເພື່ອພັດທະນາຂະແໜງໄຟຟ້າບົນພື້ນຖານການແກ່ງແຍ້ງ ຢ່າງສົດໃສ ແລະ ຮັບປະກັນຜົນປະໂຫຍດອັນກົມກຽວຂອງບັນດານັກລົງທຶນ. ນີ້ແມ່ນຄຳຢືນຢັນຂອງ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢ້ຽນ ທີ່ການພົບປະກັບທ່ານນາງ Mauela V. Ferro, ຮອງປະທານທະນາຄານໂລກ (WB) ພາກພື້ນ ອາຊີຕາເວັນອອກ - ປາຊີຟິກ, ໃນຕອນບ່າຍວັນທີ 14 ພະຈິກ, ຢູ່ ຮ່າໂນ້ຍ.

ທ່ານລັດຖະມົນຕີ ຫງວຽນຮົ່ງຢ້ຽນ ໃຫ້ຮູ້ວ່າ: ເພື່ອຜັນຂະຫຍາຍການຫັນປ່ຽນພະລັງງານຢ່າງຍຸດຕິທຳ, ຫວຽດນາມ ຕ້ອງມີການໜູນຊ່ວຍຢ່າງສຸດຂີດຈາກບັນດາຄູ່ຮ່ວມມືສາກົນໃນການຖ່າຍທອດເຕັກໂນໂລຢີ, ຄຸ້ມຄອງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ສະໜອງດ້ານການເງິນ. ທ່ານລັດຖະມົນຕີຮຽກຮ້ອງໃຫ້ WB ສືບຕໍ່ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ, ກຸ່ມບໍລິສັດໄຟຟ້າຫວຽດນາມ ແລະ ບັນດາແຂວງ, ນະຄອນ ເພື່ອຜັນຂະຫຍາຍໂຄງການສະໜອງໄຟຟ້າຊົນນະບົດ, ເຂດພູດອຍ ແລະ ເຂດໝູ່ເກາະ ໄລຍະ 2021 – 2025.

ສ່ວນທ່ານນາງ Mauela V. Ferro ປາດຖະໜາຢາກຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການປະຕິບັດການວາງແຜນກຳນົດໄຟຟ້າຄັ້ງທີ VIII, ສືບຕໍ່ໜູນຊ່ວຍດ້ານການເງິນໃຫ້ບັນດາໂຄງການ ຫັນປ່ຽນພະລັງງານ, ພິເສດແມ່ນບັນດາໂຄງການພະລັງງານທົດແທນ.

ຕອບກັບ

ຂ່າວ/ບົດ​ອື່ນ