WB ສະຫງວນເງິນ 2,5 ຕື້ USD ເພື່ອ​ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຄອນ​ຢູ່ ອາ​ຟະ​ລິ​ກາ

(VOVWORLD) -  ໂຄງການຫັນເປັນດີຈີຕອນຢ່າງຮອບດ້ານຢູ່  ອາຟະລິກາ ຫຼື IDEA ຈະສຸມໃສ່ການແກ້ໄຂບັນດາສິ່ງທ້າທາຍດີຈີຕອນທົ່ວໄປ. 
WB ສະຫງວນເງິນ 2,5 ຕື້ USD ເພື່ອ​ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຄອນ​ຢູ່ ອາ​ຟະ​ລິ​ກາ - ảnh 1(ພາບປະກອບ:  WB)

ທະນາຄານໂລກ (WB) ຫາກໍຜັນຂະຫຍາຍໂຄງການໃໝ່ທີ່ມີມູນຄ່າ 2,48 ຕື້ USD ເພື່ອແນໃສ່ເພີ່ມທະວີຄວາມສາມາດເຂົ້າເຖິງອິນເຕີເນັດ ແລະ ນຳໃຊ້ບັນດາການບໍລິການເຕັກນິກດີຈີຕອນໄດ້ຢ່າງຮອບດ້ານກວ່າ ໃຫ້ແກ່ປະຊາຊົນເຂດທາງທິດຕາເວັນອອກ ແລະ ພາກໃຕ້ ອາຟະລິກາ ຈຳນວນກວ່າ 180 ລ້ານຄົນ.

              ໂຄງການຫັນເປັນດີຈີຕອນຢ່າງຮອບດ້ານຢູ່  ອາຟະລິກາ ຫຼື IDEA ຈະສຸມໃສ່ການແກ້ໄຂບັນດາສິ່ງທ້າທາຍດີຈີຕອນທົ່ວໄປ. ໂຄງການດັ່ງກ່າວສຸມໃສ່ການເຊື່ອມໂຍງ, ລວມທັງ ແມ່ຍິງ, ຊາວໜຸ່ມ, ຜູ້ອາຍຸສູງ, ຄົນພິການ ແລະ ປະຊາຊົນທີ່ດຳລົງຊີວິດຢູ່ເຂດຊົນນະບົດ, ເພື່ອຮັບປະກັນໃຫ້ເຂົ້າເຈົ້າມີສິດເຂົ້າເຖິງອິນເຕີເນັດ ແລະ ໄດ້ຊົມໃຊ້ທຸກຜົນປະໂຫຍດ ເຊິ່ງ ອິນເຕີເນັດນຳມາໃຫ້ຢ່າງສະເໝີພາບ.

ຕອບກັບ

ຂ່າວ/ບົດ​ອື່ນ