WBຄາດຄະເນເສດຖະກິດທົ່ວໂລກໃນປີ2016ຈະມີການເຕີບໂຕຢ່າງຊັກຊ້າ

WBຄາດຄະເນເສດຖະກິດທົ່ວໂລກໃນປີ2016ຈະມີການເຕີບໂຕຢ່າງຊັກຊ້າ - ảnh 1
(ພາບ​ປະ​ກອ​ບ)

(vovworld) –​ ​​ ​ໃນ​ບົດ​ລາຍ​ງານ​ຫຼ້າ​ສຸດ​ຂອງທະ​ນາ​ຄານ​ໂລກ (WB) ໄດ​້ໃຫ້​ຂໍ້​ສັງ​ເກດ ໂດຍ​ບໍ່​ປະ​ເອີບ​ໃຈກ່​ຽວ​ກັ​ບເສດ​ຖະ​ກ​ິດ​ທົ່ວ​ໂລກ​ໃນ​ປີ 2016 ຈະ​ໂຕບ​ໂຕ​ຊ້າແລະ​ ຖື​ວ່າ, ການ​ຊຸດ​​ໂຊມຂອງ​ເສດ​ຖະ​ກິດ​ຈີນ ໄດ້​ເຮັດ​ໃຫ້​ຕະ​ຫຼາດ​ສິນ​​ຄ້າ​ສືບ​ຕໍ່​ຫຼຸດ​ລົງ ແລະ ສົ່​ງ​ຜົນ​ສະ​ທ້ອນບໍ່​ດີ​ເຖິງ​ເສດ​ຖະ​ກິດ​ຂອງ​ບາງ​ປະ​ເທດ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ປະ​ເທດ​ທີ່​ຫາກໍ່​​ມີ​ພື້ນ​ຖານ​ເສດ​ຖະ​ກິດພົ້ນ​ເດັ່ນ (BRICS ລວມ​ມີ: ບຣາ​ຊິນ, ລັດ​ເຊຍ, ອີນ​ເດີຍ, ຈ​ີນ ແລະ ອາ​ຟະລິ​ກາ​ໃຕ້). WB ຄາດ​ຄະ​ເນ​ວ່າ, ການ​ເຕີບ​ໂຕ​ເສດ​ຖະ​ກ​ິດ​ທ​ົ່ວ​ໂລກ​ໃນ​ປີ 2016 ຖືກ​ຫຼຸດ​ລົງເຫຼືອພຽງ 2,9% ເມື່ອ​ທຽບ​ໃສ່​ລະ​ດັບ 3,3% ທີ່​ໄດ້​ຍົ​ກ​ອອກ​ມາ​ເມື​​່ອ​ເດືອນ 06/2015, ແຕ່​ຍັງ​ສູງກວ່າ​ເມື່ອ​ທຽບ​ໃສ່​ລະ​ດັບ 2,4% ຂອງ​ປີ 2015, ຍ້ອນ​ການ​ຟື້ນ​ຟູ​ດ້ານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ.

      ຕາມ WB ແລ້ວ, ແງ່​ຫວັງ​ເສດ​ຖະ​ກິດ​ໂລກ​ຈະ​ດີກວ່າ ຖ້າ​ຫາກ​ບັນ​ດ​າ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ວ່ອງ​ໄວ, ລາ​ຄາ​ສິນ​ຄ້າ​​ເປັນ​ປົກ​ກະ​ຕິ ແລະ ດອກ​ເບ້ຍ​ສືບ​ຕໍ່​ຢູ່​ໃນ​ລະ​ດັບ​ຕໍ່​່າ. ກົງ​ກັນ​​ຂ້າມ, ບັນ​ດາ​ຄວາມ​ສ່ຽງທີ່​ໃຫຍ່​ຫຼວງ ອາດ​ຈະ​ເກີດ​ຂຶ້ນ​ສຳ​ລັບ​ພື້​ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ​ຄື ການ​ເຕີບ​ໂຕ​​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ່​ພົ້ນ​ເດັ່ນ​ຖືກ​ຫຼຸດ​ລົງ​ຢ່າງ​ແຮງ, ອາ​ເມ​ລິ​ກາ​ເພີ່ມ​ອັດ​ຕາດອກ​ເບ້ຍ​ສູງ​ເກີນ​ໄປ ແລະ ສະ​ພາບ​ການ​ຂາດ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່​ບາງ​ປະ​ເທດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ