WEF 2024 - ກາລະໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນວິໄສທັດກັບໂລກ

(VOVWORLD) - ທີ່ WEF 54, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນ, ແບ່ງປັນວິໄສທັດຂອງ ຫວຽດນາມ ທີ່ບັນດາວາລະປະຊຸມຈຸດສຸມຂອງກອງປະຊຸມ.
WEF 2024 - ກາລະໂອກາດເພື່ອໃຫ້ ຫວຽດນາມ ແບ່ງປັນວິໄສທັດກັບໂລກ - ảnh 1ທ່ານນາງເອກອັກຄະລັດຖະທູດ ເລທິຕວຽນມາຍ
(ພາບ: TTXVN)

        ໃນລະຫວ່າງວັນທີ 16 – 18 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ເວທີປາໄສເສດຖະກິດໂລກ (WEF 54) ຢູ່ນະຄອນ Davos, ສະວິດ, ຕາມຄຳເຊື້ອເຊີນຂອງຜູ້ຮ່ວມກໍ່ຕັ້ງ, ທັງເປັນປະທານເວທີປາໄສເສດຖະກິດໂລກ (WEF) Klaus Schwab.

        ກ່ຽວກັບເຫດການດັ່ງກ່າວ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽນມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ປະເທດ ສະວິດ, ໃຫ້ຮູ້ວ່າ, ທີ່ WEF 54, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນ, ແບ່ງປັນວິໄສທັດຂອງ ຫວຽດນາມ ທີ່ບັນດາວາລະປະຊຸມຈຸດສຸມຂອງກອງປະຊຸມ. ຕາມທ່ານນາງ ເລທິຕວຽນມາຍ ແລ້ວ, ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມ WEF Davos 2024 ແມ່ນກາລະໂອກາດເພື່ອໃຫ້ການນຳລັດຖະບານ ຫວຽດນາມ ສະເໜີແນວຄວາມຄິດ, ຄຳໝັ້ນສັນຍາຢ່າງແຮງ ແລະ ມາດຕະການແກ້ໄຂຂອງ ຫວຽດນາມ ເຖິງການນຳບັນດາປະເທດ, ອົງການຈັດຕັ້ງສາກົນ, ບັນດາບໍລິສັດນາໆຊາດແບບໂດຍກົງ ກ່ຽວກັບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ເຊື່ອມໂຍງເຂົ້າກັບສາກົນ ແລະ ຫຼາຍບັນຫາອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ