WFP ເປີດ​ກ້​ວາງ​ການ​ສຳ​ຜັດ​ດ້ານ​ມະ​ນຸດ​ສະ​ທຳ​ຢູ່​ເຂດ Tigray ຂອງ ເອ​ທີ​ໂອ​ເປຍ

(VOVWORLD) -ແຈ້ງການຂອງທ່ານ David Beasley ໃນສື່ສັງຄົມອອນລາຍ Twitter ໄດ້ຍົກອອກມາໃນສະພາບ ຄວາມວິຕົກກັງວົນກ່ຽວກັບເຫດ ໄພພິບັດດ້ານມະນຸດສະທຳ ຢູ່ Tigrayເພີ່ມຂຶ້ນ, ພາຍຫຼັງ ການປະທະກັນລະຫວ່າງບັນດາກຳລັງຈົງຮັກພັກດີກັບພັກກຳອຳນາດ ໃນຂົງເຂດ ແລະ ລັດຖະບານຂອງທ່ານນາຍົກລັດຖະມົນຕີ Abiy Ahmed ເກີດຂຶ້ນມາເປັນເວລາ 3 ເດືອນ.
WFP ເປີດ​ກ້​ວາງ​ການ​ສຳ​ຜັດ​ດ້ານ​ມະ​ນຸດ​ສະ​ທຳ​ຢູ່​ເຂດ Tigray ຂອງ ເອ​ທີ​ໂອ​ເປຍ - ảnh 1ພາບປະກອບ: Anadolu

ວັນທີ 7 ກຸມພາ, ທ່ານ David Beasley ຜູ້ອຳນວຍການບໍລິຫານໂຄງການສະບຽງອາຫານໂລກ WFP ໄດ້ປະກາດວ່າ ທ່ານບັນລຸໄດ້ຂໍ້ຕົກລົງກັບ ເອທີໂອເປຍ ເພື່ອເປີດກວ້າງການຄວາມອາດສາມາດສຳຜັດໃຫ້ແກ່ບັນດາພະນັກງານຊ່ວຍກູ້ ແລະ ເປີດກ້ວາງຂອບຂະໜາດການເຄື່ອນໄຫວຢູ່ເຂດປະທະກັນ Tigray ຢູ່ພາກເໜືອຂອງປະເທດ ອາຟຼິກການີ້.

ແຈ້ງການຂອງທ່ານ David Beasley ໃນສື່ສັງຄົມອອນລາຍ Twitter ໄດ້ຍົກອອກມາໃນສະພາບ ຄວາມວິຕົກກັງວົນກ່ຽວກັບເຫດ ໄພພິບັດດ້ານມະນຸດສະທຳ ຢູ່ Tigrayເພີ່ມຂຶ້ນ, ພາຍຫຼັງ ການປະທະກັນລະຫວ່າງບັນດາກຳລັງຈົງຮັກພັກດີກັບພັກກຳອຳນາດ ໃນຂົງເຂດ ແລະ ລັດຖະບານຂອງທ່ານນາຍົກລັດຖະມົນຕີ Abiy Ahmed ເກີດຂຶ້ນມາເປັນເວລາ 3 ເດືອນ. ໃນຖະແຫຼງການຂອງ WFP ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ວົງການເຈົ້າໜ້າທີ່ ເອທີໂອເປຍ ໄດ້ເຫັນດີຍູ້ໄວການພິຈາລະນາບັນດາຄວາມຮຽກຮ້ອງເດີນທາງ ຂອງພະນັກງານກູ້ຊ່ວຍ ໃນຂົງເຂດ Tigray.

ຕອບກັບ

ຂ່າວ/ບົດ​ອື່ນ