WHO ກ່າວ​ເຕືອນ ອາ​ເມ​ລິ​ກາ ມີ​ຄວາມ​ສ່ຽງ​ກາຍ​ເປັນ​ຈຸດ​ໃຈ​ກາງ​​ຂອງໂລກລະບາດ ໂຄວິດ - 19

(VOVWORLD) -ຕາມຂໍ້ມູນຫຼ້າສຸດ ໄລ່ຮອດຕອນເຊົ້າວັນທີ 25 ມີນາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນໂລກ ໄດ້ຂຶ້ນເຖິງຫຼາຍກວ່າ 421.000 ຄົນແລ້ວ, ດ້ວຍຈຳນວນຜູ້ເສຍຊີວິດແມ່ນກວ່າ 18.800 ຄົນ ຢູ່ 197 ປະເທດ ແລະ ເຂດແຄວ້ນ.

ຕາມການຢັ້ງຢືນ, ຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ຢູ່ ອາເມລິກາໃນວັນທີ 24 ມີນາ ໄດ້ລື່ນກາຍ 50.000 ຄົນ ແລະ ມີເກືອບ 700 ຄົນເສຍຊີວິດ. ອົງການອະນາໄມໂລກ ຕີລາຄາວ່າ ດ້ວຍສະພາບການເພີ່ມຂຶ້ນຢູ່ໃນປັດຈຸບັນ, ປະເທດນີ້ ມີຄວາມສ່ຽງອາດຈະກາຍເປັນຈຸດໃຈກາງໃໝ່ຂອງໂລກລະບາດໂຄວິດ - 19 ໃນໂລກ.

WHO ກ່າວ​ເຕືອນ ອາ​ເມ​ລິ​ກາ ມີ​ຄວາມ​ສ່ຽງ​ກາຍ​ເປັນ​ຈຸດ​ໃຈ​ກາງ​​ຂອງໂລກລະບາດ ໂຄວິດ - 19 - ảnh 1ຖະໜົນແຫ່ງໜຶ່ງຢູ່ San Francisco, ລັດ California ໃນວັນທີ 16 ມີນາ (ພາບ: TTXVN)

ໃນຂະນະນັ້ນ, ຢູ່ເອີຣົບ, ວັນທີ 24 ມີນາ, ໂລກລະບາດຍັງສືບຕໍ່ມີການຜັນແປຢ່າງສັບສົນ ດ້ວຍຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນສູງ. ແອັດສະປາຍ ຢັ້ງຢືນມີຜູ້ເສຍຊີວິດຕື່ມອີກ 514 ຄົນ, ຍົກຍອດຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຂຶ້ນເປັນເກືອບ 2.700 ຄົນ. ໃນຈຳນວນຜູ້ຕິດເຊື້ອເກືອບ 39.700 ຄົນ, ມີ 14% ແມ່ນບັນດາພະນັກງານການແພດ. ສ່ວນຢູ່ ອີຕາລີ, ໄລ່ຮອດວັນທີ 24 ມີນາ, ປະເທດນີ້ມີເກືອບ 70 ກໍລະນີຕິດເຊື້ອໄວຣັດ SARS-CoV-2. ເຖິງຢ່າງໃດກໍຕາມ, ຫົວໜ້າອົງການປົກປ້ອງພົນລະເມືອງ ອີຕາລີ ຖືວ່າ ຈຳນວນຜູ້ຕິດເຊື້ອຕົວຈິງຢູ່ປະເທດນີ້ ອາດຈະສູງກວ່າ 10 ເທົ່າເມື່ອທຽບໃສ່ຕົວເລກທີ່ໄດ້ ປະກາດ. ໃນວັນດຽວກັນ, ອັງກິດກໍຢັ້ງຢືນວ່າມີ 87 ກໍລະນີເສຍຊີວິດຕື່ມອີກ ຍ້ອນຕິດເຊື້ອພະຍາດ ໂຄວິດ - 19.

ຢູ່ພາກພື້ນ ອາເມລິກາ - ລາຕິນ, ອາກຊັງຕິນຢັ້ງຢືນວ່າມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຕື່ມອີກ 86 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ ປະເທດນີ້ຂຶ້ນເກືອບ 390 ຄົນ, ໃນນັ້ນ ມີ 6 ຄົນເສຍຊີວິດ.

ສ່ວນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ວັນທີ 24 ມີນາ, ກະຊວງສາທາລະນະສຸກ ລາວ ກໍໄດ້ປະກາດວ່າ ປະເທດນີ້ ກວດພົບ 2 ກໍລະນີທຳອິດໄດ້ຕິດເຊື້ອໂຄວິດ - 19. ຢູ່ປະເທດ ກຳປູເຈຍ, ປັດຈຸບັນມີ 91 ກໍລະນີຕິດເຊື້ອພະຍາດດັ່ງກ່າວ.

ນັກຂ່າວ VOV ປະຈຳ ອາເມລິກາ, ຝລັ່ງ


 

ຕອບກັບ

ຂ່າວ/ບົດ​ອື່ນ