WIPO ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ແລະ ຊຸກຍູ້ສິດຊັບສິນທາງປັນຍາຢູ່ ຫວຽດນາມ
ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍ
|
(vovworld) - ຫວຽດນາມ ພວມສືບຕໍ່ມານະພະຍາຍາມປັບປຸງລະບອບລະບຽບການກ່ຽວຂ້ອງເຖິງຂົງເຂດສິດຊັບສິນທາງປັນຍາ, ສິດປະດິດສ້າງ ແລະ ສິດກ່ຽວຂ້ອງເພື່ອຜັນຂະຫຍາຍປະຕິບັດໃນຊີວິດສັງຄົມ. ປີ 2016, ລັດຖະບານ ຫວຽດນາມ ໄດ້ອະນຸມັດຜ່ານຍຸດທະສາດການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ ຮອດປີ 2020, ວິໄສທັດຮອດປີ 2030. ນີ້ແມ່ນການຢັ້ງຢືນຂອງທ່ານ ຫງວຽນງອກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃນການຕ້ອນຮັບທ່ານ Francis Gurry, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO), ໃນຕອນບ່າຍວັນທີ 22/3. ທ່ານລັດຖະມົນຕີ ຫງວຽນງອກທ້ຽນ ໄດ້ສະແດງຄວາມຫວັງວ່າ ອົງການຊັບສິນທາງປັນຍາໂລກສືບຕໍ່ສ້າງເງື່ອນໄຂຊ່ວຍເຫຼືອ ຫວຽດນາມ ໃນຂົງເຂດຊັບສິນທາງປັນຍາ, ສິດປະດິດສ້າງ ແລະ ສິດກ່ຽວຂ້ອງ, ພິເສດແມ່ນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ຊ່ວຍໃຫ້ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກ້ວາງຂວາງໃນຂົງເຂດນີ້.
ສ່ວນທ່ານ Francis Gurry, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກ (WIPO) ຢັ້ງຢືນຈະໜູນຊ່ວຍຫວຽດນາມ ໃນຂົງເຂດຊັບສິນທາງປັນຍາ. ທ່ານ Francis Gurry ກໍ່ຫວັງວ່າ ຫວຽດນາມ ພິຈາລະນາ, ເຂົ້າຮ່ວມບາງສົນທິສັນຍາຂອງ WIPO.