World Cup ຍິງ 2023: ໜັງ​ສື​ພິມ ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ປ​ະ​ທັບ​ໃຈ​ຕໍ່​ການ​ພັດ​ທະ​ນາ​ຂອງ​ທິມ​ບານ​ເຕະ​ຍິງ ຫວຽດ​ນາມ

(VOVWORLD) - ການເຂົ້າຮ່ວມ World Cup ຍິງ 2023 ແມ່ນວິທີເພື່ອໃຫ້ທິມບານເຕະຍິງ ຫວຽດນາມ ສະແດງຄວາມເອກອ້າງທະນົງໃຈແຫ່ງຊາດ ແລະ ຢັ້ງຢືນຜົນງານທາງດ້ານກິລາຂອງ ຫວຽດນາມ ໃນເວທີແຂ່ງຂັນສາກົນ.
World Cup ຍິງ 2023: ໜັງ​ສື​ພິມ ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ປ​ະ​ທັບ​ໃຈ​ຕໍ່​ການ​ພັດ​ທະ​ນາ​ຂອງ​ທິມ​ບານ​ເຕະ​ຍິງ ຫວຽດ​ນາມ - ảnh 1ພາບນັກກິລາບານເຕະຍິງ ຫວຽດນາມ ໄດ້ເອົາລົງໃນໜັງສືພິມ The New York Times (ພາບ: TTXVN)

ວັນທີ 17 ກໍລະກົດ, ໜັງສືພິມ The New York Times ໄດ້ລົງບົດຂຽນຂອງນັກຂຽນ Jere Longman ໂດຍສະແດງຄວາມປະທັບໃຈຕໍ່ການພັດທະນາຂອງກິລາບານເຕະຍິງ ຫວຽດນາມ. ໃນບົດຂຽນ, ຜູ້ຂຽນ ໄດ້ເນັ້ນໜັກວ່າ ການປະກົດຕົວຂອງທິມບານເຕະຍິງ ຫວຽດນາມ - ເຊິ່ງເປັນ 1 ໃນ 8 ທິມເຂົ້າຮ່ວມ World Cup ຍິງ 2023 ຄັ້ງທຳອິດ ໄດ້ເປັນການພິສູດໃຫ້ເຫັນການພັດທະນາຢ່າງໄວວາຂອງບານເຕະຍິງ ຫວຽດນາມ. ນັກຂຽນກໍໄດ້ຢັ້ງຢືນວ່າ: ການເຂົ້າຮ່ວມ World Cup ຍິງ 2023 ແມ່ນວິທີເພື່ອໃຫ້ທິມບານເຕະຍິງ ຫວຽດນາມ ສະແດງຄວາມເອກອ້າງທະນົງໃຈແຫ່ງຊາດ ແລະ ຢັ້ງຢືນຜົນງານທາງດ້ານກິລາຂອງ ຫວຽດນາມ ໃນເວທີແຂ່ງຂັນສາກົນ.

World Cup ຍິງ 2023: ໜັງ​ສື​ພິມ ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ປ​ະ​ທັບ​ໃຈ​ຕໍ່​ການ​ພັດ​ທະ​ນາ​ຂອງ​ທິມ​ບານ​ເຕະ​ຍິງ ຫວຽດ​ນາມ - ảnh 2ນັກກິລາ 6 ຄົນ ຂອງ ອາຊີ ທີ່ເປັນໜ້າຊົມທີ່ສຸດ ໃນ World Cup ຍິງ 2023 (ພາບ: AFC)

ກ່ຽວຂ້ອງເຖິງເຫດການນີ້, ຫວ່າງມໍ່ໆມານີ້, ສະຫະພັນບານເຕະໂລກ (FIFA) ຫາກໍຄັດເລືອກເອົານັກກິລາ 6 ຄົນ ຂອງ ອາຊີ ທີ່ເປັນໜ້າຊົມທີ່ສຸດ ໃນ World Cup ຍິງ 2023, ໃນນັ້ນ ມີນັກກິລາ ແທັງຫຍາ ຂອງທິມນັກກິລາບານເຕະຍິງ ຫວຽດນາມ. ນັກກິລາ 5 ຄົນຍັງເຫຼືອ ແມ່ນ ໄດ້ແກ່ ນັກກິລາ Mary Fowler (ອົດສະຕາລີ), Shen Mengyu (ຈີນ), Aoba Fujino (ຍີ່ປຸ່ນ), Casey Phair (ສ.ເກົາຫຼີ) ແລະ Isabella Flanigan (ຟີລິບປິນ).

ຕອບກັບ

ຂ່າວ/ບົດ​ອື່ນ