WTO ຮຽກຮ້ອງເພີ່ມທະວີການອຸປະຖຳດ້ານການຄ້າໃຫ້ແກ່ບັນດາປະເທດພວມພັດທະນາ

(VOVWORLD) -ທ່ານ Alan Wolff ເນັ້ນໜັກວ່າ, ສິ່ງສຳຄັນທີ່ສຸດແມ່ນນຳໃຊ້ກາລະໂອກາດດ້ານການຄ້າເພື່ອປົກປ້ອງພື້ນຖານເສດຖະກິດ

ທ່ານຮອງຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) Alan Wolff ໄດ້ຮຽກຮ້ອງໃຫ້ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ສົມທົບກັນໜູນຊ່ວຍດ້ານການຄ້າໃຫ້ແກ່ບັນດາປະເທດພວມພັດທະນາ ເພື່ອຮັບປະກັນທ່າຟື້ນຟູເສດຖະກິດທົ່ວໂລກພາຍຫຼັງໂລກລະບາດໂຄວິດ-19.

ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ G20 ຄັ້ງທີ 15, ເຊິ່ງຈັດຂຶ້ນທາງອອນລາຍໃນວັນທີ 21 ພະຈິກ, ທ່ານ Alan Wolff ເນັ້ນໜັກວ່າ, ສິ່ງສຳຄັນທີ່ສຸດແມ່ນນຳໃຊ້ກາລະໂອກາດດ້ານການຄ້າເພື່ອປົກປ້ອງພື້ນຖານເສດຖະກິດ, ສ້າງຄວາມສະດວກໃນການຊື້-ຂາຍບັນດາອຸປະກອນການແພດທີ່ຈຳເປັນ, ກໍ່ຄືປະຕິຮູບບັນດາຂອບເຂດລະບອບລະບຽບເພື່ອຮັບໃຊ້ການຄ້າໂລກ.

ບັນດາການນຳ G20 ພວມປະເຊີນໜ້າກັບຄວາມກົດດັນທີ່ນັບມື້ນັບສູງຕ້ອງການໜູນຊ່ວຍສະກັດກັ້ນຄວາມສ່ຽງໜີ້ລົ້ມລະລາຍຂອງບັນດາປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ