WTO ​ແກ່ຍາວ​​ເວລາ​ປະຕິບັດຄໍາ​ສັ່ງ​​ເກືອດ​ຫ້າມການຈັດ​ວາງ​ອັດຕາ​ພາສີ​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ​ໄປ​ຮອດ​ປີ 2020

(VOVWORLD) - ວັນທີ 10 ທັນວາ, ອົງການການຄ້າໂລກ (WTO) ເຫັນດີແກ່ຍາວເວລາປະຕິບັດຄໍາສັ່ງເກືອດຫ້າມການຈັດວາງອັດຕາພາສີດ້ານການຄ້າເອເລັກໂຕນິກຕື່ມອີກ 6 ເດືອນ, ຈົນຮອດເມື່ອດໍາເນີນ ກອງປະຊຸມ WTO ຂັ້ນລັດຖະມົນຕີ ຄັ້ງທີ 12 ເຊິ່ງຄາດວ່າຈະຈັດຂຶ້ນຢູ່ ກາຊັກສະຖານ ໃນເດືອນ ມິຖຸນາ 2020.

        ກ່ອນໜ້ານັ້ນ, ແຕ່ປີ 1998, WTO ໄດ້ຮັກສາຄໍາສັ່ງເກືອດຫ້າມການຈັດວາງອັດຕາພາສີນໍາເຂົ້າໃນການແລກປ່ຽນຄ້າຂາຍເອເລັກໂຕນິກ, ເຊິ່ງຄາດວ່າມີມູນຄ່າຂຶ້ນເຖິງ 225 ຕື້ USD/ປີ. ເຖິງຢ່າງໃດກໍຕາມ, ຄໍາສັ່ງເກືອດຫ້າມດັ່ງກ່າວ ຈະໝົດຜົນສັກສິດໃນເດືອນ ທັນວາ ຈະມາເຖິງ ແລະ ຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາປະເທດສະມາຊິກຂອງອົງການ WTO ເພື່ອສືບຕໍ່ຕໍ່ກໍານົດເວລາ.

        ທ່ານເລຂາທິການໃຫຍ່ ຫ້ອງການການຄ້າສາກົນ (ICC) John Denton ໄດ້ຊົມເຊີຍຕໍ່ຄວາມຕັດສິນໃຈ ແລະ ຖືວ່າ ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນບົດບາດຂອງ WTO, ເຊິ່ງເປັນອົງການເພື່ອວາງນະໂຍບາຍການຄ້າຫຼາຍຝ່າຍ. ມີບາງປະເທດ ໃນນັ້ນມີ ອິນເດຍ ແລະ ອາຟຼິກາໃຕ້ ສະແດງຄວາມປາດຖະໜາຢາກຍົກເລີກຄໍາສັ່ງເກືອດຫ້າມ ໃນສະພາບການທີ່ ເຂົາເຈົ້າພວມພັດທະນາເສດຖະກິດດີຈີຕອນ ແລະ ຢາກເພີ່ມລາຍຮັບຂຶ້ນ. ແຕ່ກໍມີບາງຄໍາເຫັນ ພັດສະແດງຄວາມວິຕົກກັງວົນ ໂດຍຖືວ່າ ສ່ິງດັ່ງກ່າວ ອາດຈະພາໄປເຖິງບັນດາມາດຕະການຈັດວາງອັດຕາພາສີເພື່ອໂຕ້ຕອບເຊິ່ງກັນແລະກັນ.


ຕອບກັບ

ຂ່າວ/ບົດ​ອື່ນ