Yonhap ແລະ ກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບສັນຕິພາບໃນແຫຼມເກົາຫຼີ
(VOVWORLD) -ສຳນັກຂ່າວສານ Yonhap ແລະ ກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ຈະເປັນປະທານຮ່ວມຈັດຕັ້ງເວທີປາໄສປະຈຳປີ ທີ່ Seoul ໃນທ້າຍເດືອນມິຖຸນາ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມໃນການປະຕິບັດ ເພື່ອແນໃສ່ສ້າງແຫຼມເກົາຫຼີ ປອດນິວເຄຼຍ ແລະ ສ້າງພື້ນຖານສັນຕິພາບແບບຍາວນານໃນແຫຼມເກົາຫຼີ.
ທ່ານ Cho Myoung-gyon ລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ
(ພາບ:Yonhap/TTXVN
|
ດ້ວຍຫົວຂໍ້ຫຼັກວ່າ “ຊຸກຍູ້ການເປີດປະຕູແຫ່ງສັນຕິພາບ, ບໍ່ພຽງແຕ່ປອດນິວເຄຼຍເທົ່ານັ້ນ ຫາກຍັງມານະພະຍາຍາມເພື່ອຄວາມວັດທະນາຖາວອນລວມ” ອີກດ້ວຍ, ກອງປະຊຸມສຳມະນາກ່ຽວກັບຫົວຂໍ້ດັ່ງກ່າວ ຈະໄດ້ຈັດຕັ້ງຂຶ້ນຢູ່ໂຮງແຮມ Lotte ຢູ່ນະຄອນຫຼວງ Seoul ໃນວັນທີ 29 ມິຖຸນາ ຈະມາເຖິງ.
ວັນທີ 18 ມິຖຸນາ, ກ່ຽວຂ້ອງເຖິງສະພາບການຢູ່ແຫຼມເກົາຫຼີ, ທ່ານ Jeon Choong – ryul ເລຂາທິການໃຫຍ່ຄະນະກຳມະການ Olympic ແລະ ກິລາ.ເກົາຫຼີ ຖືວ່າ ກິລາອາດຈະແມ່ນພື້ນຖານສຳຄັນໃນການສ້າງທ່ວງທ່າການເປີດກວ້າງການພົບປະແລກປ່ຽນຢູ່ແຫຼມເກົາຫຼີ ແລະ ສ້າງສັນຕິພາບໃນແຫຼມເກົາຫຼີ.
ໃນການຜັນແປທີ່ກ່ຽວຂ້ອງ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານເອງໄດ້ມີແນວຄິດຢຸດການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ - ສ.ເກົາຫຼີ ເພື່ອສ້າງເງື່ອນໄຂທີ່ສະດວກກວ່າ ໃຫ້ບັນດາການເຈລະຈາກ່ຽວກັບບັນຫາປອດນິວເຄຼຍກັບ ສປປ.ເກົາຫຼີ, ພ້ອມທັງຢັ້ງຢືນການຊ້ອມຮົບຈະໄດ້ປະຕິບັດຄືນໃໝ່ຢ່າງທັນທີ ຖ້າຫາກວ່າການເຈລະຈາຖືກລົ້ມເຫຼວ.