ກູ​ຍ​ບາ ຢັ້ງ​ຢືນ​ເຈດ​ຈຳ​ນົງ ຜ່ານ​ຜ່າ​ຄຳ​ສັ່ງ​ຂວ​ໍ້າ​ບາດ

(VOVWORLD) - ທ່ານ Miguel Diaz-Canel ຢັ້ງຢືນວ່າ ການປະຕິວັດ ກູຍບາ ໄດ້ສ້າງຂຶ້ນດ້ວຍການເສຍສະຫຼະ, ດ້ວຍຈິດໃຈທີ່ໝັ້ນແກ່ນ ແລະ ປະຊາຊົນ ກູຍບາ ຢຶດໝັ້ນກັບເສັ້ນທາງທີ່ໄດ້ເລືອກແຕ່ປີ 1959 ນີ້.
ກູ​ຍ​ບາ ຢັ້ງ​ຢືນ​ເຈດ​ຈຳ​ນົງ ຜ່ານ​ຜ່າ​ຄຳ​ສັ່ງ​ຂວ​ໍ້າ​ບາດ - ảnh 1 ທ່ານ Miguel Diaz-Canel ເລຂາທິການຜູ້ທີໜຶ່ງສູນກາງພັກກອມມູນິດ ກຸຍບາ (ພາບ: TTXVN)

ວັນທີ 18 ມີນາ, ຢູ່ ລາດວານ, ທ່ານ Miguel Diaz-Canel ເລຂາທິການຜູ້ທີໜຶ່ງສູນກາງພັກກອມມູນິດ ກຸຍບາ ໄດ້ຢັ້ງຢືນຄືນໃໝ່ ເຈດຈຳນົງ ໃນການຕໍ່ສູ້ຕ້ານບັນດາຄຳສັ່ງຂວໍ້າບາດ ແລະ ຊຸກຍູ້ການພັດທະນາເສດຖະກິດປະເທດຊາດ. ໃນສານແບ່ງປັນໃນສື່ສັງຄົມອອນໄລ X, ທ່ານ ປະທານກຸຍບາ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງລັດຖະບານ ຕໍ່ປະຊາຊົນ ແລະ ຍົກໃຫ້ເຫັນກຳລັງແຮງຂອງຄວາມສາມັກຄີ. ທ່ານ Miguel Diaz-Canel ໄດ້ເນັ້ນໜັກເຖິງລັກສະນະຂອງພັກກອມມູນິດ ກູຍບາ, ລັດ ແລະ ລັດຖະບານ ແມ່ນເອົາໃຈໃສ່ເຖິງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ຮັບຟັງ, ໂອ້ລົມສົນທະນາ, ພ້ອມທັງ ອະທິບາຍ ໃນບັນຍາກາດທີ່ເປີດອົກເປີດໃຈ, ມີຄວາມທຸ່ນທ່ຽງ ກ່ຽວກັບບັນດາຄວາມມານະພະຍາຍາມເຊິ່ງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ພວມປະຕິບັດເພື່ອປັບປຸງສະພາບການ. ທ່ານ Miguel Diaz-Canel ຢັ້ງຢືນວ່າ ການປະຕິວັດ ກູຍບາ ໄດ້ສ້າງຂຶ້ນດ້ວຍການເສຍສະຫຼະ, ດ້ວຍຈິດໃຈທີ່ໝັ້ນແກ່ນ ແລະ ປະຊາຊົນ ກູຍບາ ຢຶດໝັ້ນກັບເສັ້ນທາງທີ່ໄດ້ເລືອກແຕ່ປີ 1959 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ