ກຸຍບາ ແລະ ອາເມລິກາ ແລກປ່ຽນກ່ຽວກັບການສ້າງຕັ້ງການພົວພັນທາງການທູດຄືນໃໝ່

ກຸຍບາ ແລະ ອາເມລິກາ ແລກປ່ຽນກ່ຽວກັບການສ້າງຕັ້ງການພົວພັນທາງການທູດຄືນໃໝ່ - ảnh 1
(ພາບປະກອບ: AFP)


(vovworld) – ວັນ​ທີ 17/03, ກະຊວງ​ການ​ຕ່າງປະ​ເທດກຸຍ​ບາ ​ໄດ້​ແຈ້​ງວ່າ ຮອບ​ເຈລະຈາ​ຄັ້ງ​ທີ 3 ກ່ຽວ​ກັນ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງປະ​ເທດ​ນີ້ ກັບ​ອາ​ເມ​ລິ​ກາ ຄືນ​ໃໝ່ ຢູ່​ນະຄອນຫຼວງ ລາ​ຮາ​ບາ​ນາ ຫາ​ກໍ່​ສິ້ນ​ສຸດ​ລົງ ພາຍຫຼັງ​ເຮັດ​ວຽກ​ເປັນ​ເວລາ 1 ວັນ. ​ແຈ້ງ​ການ​ຂອງ​ກະຊວງ​ດັ່ງກ່າວ​ໃຫ້​ຮູ້​ວ່າ, 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ລະອຽດ ກ່ຽວຂ້ອງ​ເຖິງ​ວິວັດ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຄືນ​ໃໝ່ ​ແລະ ການ​ພົບ​ປະ​ໃນ​ວັນ​ທີ 16/03 ຖືກ​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ທີ່​ຕັ້ງໜ້າ ​ແລະ ຄະນະ​ເຈລະຈາ 2 ຝ່າຍ ​ໄດ້​ເຫັນ​ດີ​ຮັກສາ​ການ​ຕິດ​ຕໍ່​ເປັນ​ປະຈຳ​ໃນ​ອະນາຄົດ.​ ແຈ້ງ​ການ​ນີ້​ແມ່ນ​ເອກະສານ​ທາງ​ການ​ສະບັບ​ໜຶ່ງ​ດຽວ​ຂອງ​ຝ່າຍ​ກຸຍ​ບາ ​​ທີ່ໄດ້ຮັບ​ການ​ປະກາດນັບ​ແຕ່​​ຕອນ​ເລີ່​ມຈັດຮອບ​ເຈລະຈາ​ຄັ້ງທີ 3. ກ່ຽວ​ກັບ​ຝ່າຍ ອາ​ເມ​ລິ​ກາ, ພາຍຫຼັງ​ສິ້ນ​ສຸດ​ການ​ເຈລະຈາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ Jeff Rathke ຕີ​ລາຄາ​ວ່າ, ຮອບ​ເຈລະຈາ​ຄັ້ງ​ນີ້​ແມ່ນ​ຕັ້ງໜ້າ, ມີ​ລັກສະນະ​ສ້າງສັນ ​ແລະ ດຳ​ເນີນ​ໄປ​ໃນ​ບັນຍາກາດ​ເຄົາລົບ​ເຊິ່ງກັນ ​ແລະ ກັນ. ປະຈຸ​ບັນ, 2 ຝ່າຍ​ຍັງ​ບໍ່​ທັນ​ແຈ້ງ​ກ່ຽວ​ກັບ​​ເວລາກໍ່​ຄື​ສະຖານ​ທີ່​ດຳ​ເນີນ​ຮອບ​ເຈລະຈາ​ຈະ​ມາ​ເຖິງ
ຂ່າວ/ບົດ​ອື່ນ