ກຸຍບາແລະອາເມລິກາເລີ່ມຕົ້ນແລກປ່ຽນຂໍ້ມູນຜ່ານInterpol
(ພາບປະກອບ)
(vovworld) - ກຳລັງຕຳຫຼວດອາເມລິກາ ແລະ ກຸຍບາ ຫາກໍບັນລຸໄດ້ຂໍ້ຕົກລົງສ້າງຕັ້ງຊ່ອງແລກປ່ຽນຂໍ້ມູນໂດຍກົງຜ່ານ Interpol ແລະ ໄດ້ປະຕິບັດການພົບປະຄັ້ງທຳອິດໂດຍຜ່ານຊ່ອງຕິດຕໍ່ໃໝ່ນີ້. ວັນທີ 07/12, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບທິດຕາເວັນຕົກຂອງໂລກ Alex, ຫົວໜ້າຄະນະຜູ້ຕາງໜ້າຂອງອາເມລິກາ ໃນບັນດາການເຈລະຈາຫວ່າງມໍ່ໆມານີ້ກັບກຸຍບາ ໃຫ້ຮູ້ວ່າ, ກ່ອນນີ້, ກະຊວງຍຸຕິທຳຂອງອາເມລິກາ ແລະ ຄູ່ຮ່ວມມືກຸຍບາ ໄດ້ມີຮູບການແລກປ່ຽນຂໍ້ມູນຂ່າວສານໂດຍກົງໃນບາງກໍລະນີແລ້ວ. 2 ຝ່າຍເ້ຫັນດີປຶກສາຫາລືບັນດາຄວາມມານະພະຍາຍາມຮ່ວມມືລວມ ເພື່ອແນໃສ່ເພີ່ມທະວີຄວາມປອດໄພທາງເຄືອຂ່າຍອີນເຕີແງັດ ແລະ ຕ້ານລັດທິກໍ່ການຮ້າຍ, ການຄ້າ ຢາເສບຕິດ… ບັນດາການປຶກສາຫາລືດັ່ງກ່າວ ເພື່ອແນໃສ່ຍູ້ໄວວິວັດການຫັນການພົວພັນລະຫວ່າງອາເມລິກາ ແລະ ກຸຍບາ ເປັນປົກກະຕິ.