ກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ): ຕ້ອງສ້າງບາດກ້າວຫັນປ່ຽນໃໝ່ໃນການປະຕິຮູບລະບຽບການບໍລິຫານ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 13/06, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ), ມີສະມາຊິກສະພາແຫ່ງຊາດບາງທ່ານໄດ້ຖືວ່າ ເລື່ອງສ້າງບາດກ້າວຫັນປ່ຽນໃໝ່ກ່ຽວກັບການປະຕິຮູບລະບຽບການບໍລິຫານ ຕ້ອງຕິດພັນກັບການປ່ຽນໃໝ່ຍົກສູງປະສິດທິຜົນວຽກງານຄຸມຄອງລັດ ສຳລັບການເຄື່ອນໄຫວລົງທຶນ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນເຄື່ອນໄຫວລົງທຶນດ້ວຍລະບຽບການງ່າຍດາຍທີ່ສຸດ, ລາຍຈາຍຕໍ່າສຸດ. ເຫັນດີຕໍ່ກົນໄກໃຫ້ບຸລິມະສິດໃນຮ່າງກົດໝາຍ, ທ່ານ ໂດ້ວັງເຢືອງ, ສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈິມິນ ຖືວ່າ.
“ຮ່າງກົດໝາຍຕ້ອງກຳນົດມາດຖານການລົງທຶນຢ່າງຈະແຈ້ງ. ຂົງເຂດລົງທຶນຕ້ອງລະອຽດ, ແໜ້ນແຟ້ນ. ອຸດສາຫະກຳປຸງແຕງ, ບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ (ພວມອ່ອນທີ່ສຸດ) ຕ້ອງໄດ້ຮັບບຸລິມະສິດໃນການລົງທຶນ”.
ແລະກໍ່ໃນຕອນເຊົ້າວັນດ່ຽວກັບ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປະຕິບັດຄະດີແພ່ງ. ສະມາຊິກສະພາແຫ່ງຊາດບາງທ່ານໄດ້ຖືວ່າ ຮ່າງກົດໝາຍຄວນສ້າງຂັ້ນຕອນລະບຽບການປະຕິບັດຄະດີຢ່າງງ່າຍດາຍ ແລະ ມີປະສິດທິຜົນ.
ໃນວາລະປະຊຸມຕອນບ່າຍວັນທີ 13/06, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕະຂອງກົດໝາຍວ່າດ້ວຍປະກັນສຸຂະພາບ. ຕາມນັ້ນແລ້ວ, ກົດໝາຍສືບຕໍ່ຢືນຢັນນະໂຍບາຍປະກັນສຸຂະພາບທົ່ວປວງຊົນ, ກຳນົດການປະກັນສຸຂະພາບແມ່ນການປະກັນບັງຄັບ, ສົ່ງເສີມປະຕິບັດການປະກັນສຸຂະພາບຕາມຄອບຄົວ; ເພີ່ມເຕີມກຸ່ມເປົ້າໝາຍໄດ້ຮັບປະກັນສຸຂະພາບຈາກອົງການປະກັນສັງຄົມ.
ແລະກໍ່ໃນຕອນບ່າຍວັນດຽວກັບ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຮ່າງມະຕິກ່ຽວກັບການປັບປຸງ, ເພີ່ມເຕີມມະຕິເລກທີ 35 ຂອງສະພາແຫ່ງຊາດກ່ຽວກັບການລົງຄະແນນສຽງໄວ້ວາງໃຈ ແລະ ປ່ອນບັດໄວ້ວາງໃຈສຳຫຼັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ.