ກົດໝາຍວ່າດ້ວຍຊາວໜຸ່ມ 2020: ກອບນິຕິກຳໃນການປະຕິບັດນະໂຍບາຍຊາວໜຸ່ມ
(VOVWORLD) - ຕອນເຊົ້າວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ໄດ້ສົມທົບກັບກອງທຶນປະຊາກອນ ສປຊ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມຜັນຂະຫຍາຍກົດໝາຍວ່າດ້ວຍຊາວໜຸ່ມ 2020 ໃຫ້ບັນດາກະຊວງ, ຂະແໜງການ ແລະ ອົງການຢູ່ສູນກາງ.
ກອງປະຊຸມຜັນຂະຫຍາຍກົດໝາຍວ່າດ້ວຍຊາວໜຸ່ມ (ພາບ:qdnd.vn) |
ທີ່ກອງປະຊຸມ, ທ່ານນາງ Naomi Kitahara ຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນ ສປຊ ປະຈຳ ຫວຽດນາມ ໄດ້ຕີລາຄາວ່າ ກົດໝາຍວ່າດ້ວຍຊາວໜຸ່ມ 2020 ຈະນຳມາເຊິ່ງກອບນິຕິກຳທີ່ມີຄຸນຄ່າໃນການແນະນຳການວາງແຜນກຳນົດ ແລະ ປະຕິບັດບັນດາໂຄງການ, ນະໂຍບາຍຊາວໜຸ່ມຂອງລັດຖະບານໃຫ້ແກ່ຊາວໜຸ່ມຫວຽດນາມ, ພ້ອມທັງເນັ້ນໜັກວ່າ: ຕ້ອງຮັບຮູ້ໄດ້ຄວາມຕ້ອງການພິເສດຂອງກຸ່ມຊາວໜຸ່ມທີ່ມີຄວາມສ່ຽງ ແລະ ດ້ອຍໂອກາດຄື: ເດັກຍິງ, ຊາວໜຸ່ມພິການ, ຊາວໜຸ່ມທີ່ເປັນຊົນເຜົ່າສ່ວນໜ້ອຍ, ຊາວໜຸ່ມທີ່ເປັນຄົນເພດດຽວກັນ ແລະ ຊາວໜຸ່ມທີ່ເປັນກຳມະກອນອົບພະຍົບ. ການປົກປ້ອງ ແລະ ສິດຂອງເຂົາເຈົ້າຕ້ອງໄດ້ນຳເອົາເຂົ້າໃນກົດໝາຍ ແລະ ຊຸກຍູ້ປະຕິບັດໃນດຳລັດຂອງລັດຖະບານແນະນຳປະຕິບັດກົດໝາຍວ່າດ້ວຍຊາວໜຸ່ມ 2020 ຢູ່ທຸກຂັ້ນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນວັນຕວຽດ, ຮອງຫົວໜ້າຄະນະກຳມາທິການວັດທະນະທຳສຶກສາຊາວໜຸ່ມ, ເຍົາວະຊົນ ແລະ ອາຍຸຊົນ ຂອງ ສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ກຳມາທິການຈະສົມທົບກັບບັນດາອົງການຂອງສະພາແຫ່ງຊາດ, ເພີ່ມທະວີການຕິດຕາມກວດກາການປະຕິບັດກົດໝາຍວ່າດ້ວຍຊາວໜຸ່ມ; ສະເໜີໃຫ້: ກະຊວງພາຍໃນເປັນເສນາທິການໃຫ້ລັດຖະບານປະກາດໃຊ້ບັນດາເອກະສານນິຕິກຳ, ຂໍ້ກຳນົດລະອຽດ ຂອງການປະຕິບັດກົດໝາຍວ່າດ້ວຍຊາວໜຸ່ມໂດຍໄວ. ໃນນັ້ນ, ມີການຫັນບັນດານະໂຍບາຍຂອງລັດສຳລັບຊາວໜຸ່ມ, ຄວາມຮັບຜິດຊອບໃນການປະຕິບັດຂອງອົງການຈັດຕັ້ງທີ່ໄດ້ກຳນົດໃນກົດໝາຍໃຫ້ເປັນອັນລະອຽດ.