ກົດໝາຍວ່າດ້ວຍສາສະໜາຂອງ ຫວຽດນາມ ສອດຄ່ອງກັບສົນທິສັນຍາສາກົນເຊິ່ງ ຫວຽດນາມ ຮ່ວມລົງນາມ

(VOVWORLD) -ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີ ຫວູຈຽນທັງ ໄດ້ແລກປ່ຽນກັບທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກ Vatican ກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ກົດໝາຍກ່ຽວກັບການເຫຼື້ອມໃສເຊື່ອຖື, ສາສະໜາຂອງພັກ, ລັດ ຫວຽດນາມ
ກົດໝາຍວ່າດ້ວຍສາສະໜາຂອງ ຫວຽດນາມ ສອດຄ່ອງກັບສົນທິສັນຍາສາກົນເຊິ່ງ ຫວຽດນາມ ຮ່ວມລົງນາມ - ảnh 1ທ່ານຮອງລັດຖະມົນຕີກະຊວງພາຍໃນ ຫວູຈຽນທັງ ຕ້ອນຮັບ ທ່ານ Miroslaw Stanislaw Wachowski, ຮອງລັດຖະມົນຕີການຕ່າງປະເທດສຳນັກ Vatican
(ພາບ: TTXVN)

ກົດໝາຍວ່າດ້ວຍສາສະໜາຂອງ ຫວຽດນາມ ສອດຄ່ອງກັບສົນທິສັນຍາສາກົນເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມລົງນາມ, ຍາມໃດກໍ່ສ້າງເງື່ອນໄຂໃຫ້ບັນດາອົງການຈັດຕັ້ງສາສະໜາເຄື່ອນໄຫວຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ; ທຸກຄົນມີສິດເສລີໃນການທຳພິທີກຳຢູ່ເຮືອນສ່ວນຕົວ ຫຼື ຮາກຖານບູຊາ. ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ຫວູຈຽນທັງ ທີ່ການຕ້ອນຮັບ ແລະ ເຮັດວຽກກັບເຈົ້າອະນຸວົງ Miroslaw Stanislaw Wachowski, ຮອງລັດຖະມົນຕີການຕ່າງປະເທດສຳນັກ Vatican ໃນຕອນບ່າຍວັນທີ 21 ເມສາ, ຢູ່ສຳນັກງານກະຊວງພາຍໃນ.

        ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີ ຫວູຈຽນທັງ ໄດ້ແລກປ່ຽນກັບທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກ Vatican ກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ກົດໝາຍກ່ຽວກັບການເຫຼື້ອມໃສເຊື່ອຖື, ສາສະໜາຂອງພັກ, ລັດ ຫວຽດນາມ, ທ່ານຢືນຢັນວ່າ ຍາມໃດກໍ່ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖື, ສາສະໜາຂອງໝົດທຸກຄົນ. ທ່ານຮອງລັດຖະມົນຕີ ຫວູຈຽນທັງ ປາດຖະໜາວ່າ ສຳນັກ Vatican ຈະສືບຕໍ່ເອົາໃຈໃສ່, ຊີ້ນຳຄຼິດທະສາສະໜາ ຫວຽດນາມ ແນະນຳໃຫ້ພໍ່ແມ່ຊາວຄຼິດປະຕິບັດຂະບວນການແຂ່ງຂັນຮັກຊາດໃຫ້ເປັນຢ່າງດີ. ເພີ່ມທະວີການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - Vatican ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ