ກົດໝາຍວ່າດ້ວຍແຮງງານສະບັບປັບປຸງ ຊ່ວຍປົວແປງຕະຫຼາດ ແລະ ການພົວພັນແຮງງານ

ກົດໝາຍວ່າດ້ວຍແຮງງານສະບັບປັບປຸງ ຊ່ວຍປົວແປງຕະຫຼາດ ແລະ ການພົວພັນແຮງງານ - ảnh 1

(ພາບປະກອບ:sggp.org.vn)

(vovworld)- ຕອນ​ເຊົ້າວັນ​ທີ 24/9, ​ຢູ່​ຮ່າ​ໂນ້ຍ, ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ, ກະຊວງ​ແຮງ​ງານ ທະຫານ​ເສຍ​ອ​ົງຄະ ​ແລະ ສັງຄົມ, ອົງການ​ແຮງ​ງານ​ສາກົນ (ILO) ສົມທົບ​ກັນ​ຈັດ​ກອງ​ປະຊຸມ “​ແນະ​ນຳ​ປະມວນ​ກົດໝາຍ​ດ່ວາ​ດ້ວຍ​ແຮງ​ງານ ​ແລະ ກົດໝາຍ​ວ່າ​ດ້ວຍ​ກຳມະບານ: ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ“. ປະມວນ​ກົດໝາຍ​ດ່ວາ​ດ້ວຍ​ແຮງ​ງານສະບັບ​ປັບປຸງ (ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1/5/2013) ​ແລະ ກົດໝາຍ​ວ່າ​ດ້ວຍ​ກຳມະບານສະບັບ​ປັບປຸງ  (ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 1/1/2013) ​ໄດ້​ຮັບ​ການ​ດັບ​ປັບ​ຢ່າງ​ທັນ​ການ​ເພື່ອ​​ໃຫ້ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ໃນ​ຕະຫຼາດ​ແຮງ​ງານ ​ແລະ ການ​ພົວພັນ​ແຮງ​ງານ​ປະຈຸ​ບັນ​ນີ້. ບັນດາ​ເນື້ອ​ໃນ​ໃນປະມວນ​ກົດໝາຍ​ດ່ວາ​ດ້ວຍ​ແຮງ​ງານ 2012 ​ແມ່ນ​ບາດກ້າວ​ເດີນ​ໃໝ່​ໃນ​ເລື່ອງ​ຫັນ​ວຽກ​ງານ​ດ້ານ​ບໍລິຫານ​ເປັນ​ງາຍ​ດາຍ, ​ແມ່ນ​ເຄື່ອງມື​ສຳຄັນ, ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ, ປະສິດທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ກ່ຽວ​ກັບ​ການ​ອອກ​ແຮງ​ງານ. ກົດໝາຍ​ວ່າ​ດ້ວຍ​ກຳມະບານສະບັບ​ປັບປຸງ  ​ໄດ້ແກ້​ໄຂບັນດາ​ຂໍ້​ຈຳກັດ, ຂໍ້ຕິດ​ຂັດ​ຂອງກົດໝາຍ​ວ່າ​ດ້ວຍ​ກຳມະບານປີ 1990, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ແຮງ​ງານ​ໂປ່​ງ​​ໃສ​, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ.

ຂ່າວ/ບົດ​ອື່ນ