ທ່ານຮອງລັດຖະມົນຕີການ
ຕ່າງປະເທດ ກູບາ Abelardo Moreno
(ພາບ: Granma)
(vovworld) – ວັນທີ 06/12 ທ່ານຮອງລັດຖະມົນຕີການຕ່າງປະເທດ ກູບາ Abelardo Moreno ໄດ້ຖະແຫຼງໂດຍຢືນຢັນວ່າ ປະເທດນີ້ມີຄວາມເພິ່ງພໍໃຈຕໍ່ຂໍ້ຕົກລົງທີ່ຍົກອອກມາໃນວັນດຽວກັນຂອງສະຫະພາບ ເອີລົບ (ອີຢູ) ແລະ ບັນດາປະເທດສະມາຊິກຂອງອົງການນີ້ ກ່ຽວກັບເລື່ອງຮັບຮອງເອົາຂໍ້ຕົກລົງເຈລະຈາດ້ານການເມືອງ ແລະ ການຮ່ວມມືລະຫວ່າງ ບຣຸກແຊນ ແລະ ລາຮາບານາ ສຳລັບ ກູບາ, ເລື່ອງຍົກເລີກນະໂຍບາຍລຳຟັງຝ່າຍດຽວສຳເລັດຜົນ ແລະ ລົບລ້າງຮ່ອງຮອຍອະດີດຕະການ, ກົງກັນຂ້າມກັບພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເຄົາລົບ ຊຶ່ງ ລາຮາບານາ ແລະ ບຣຸກແຊນ ສ້າງຕັ້ງການພົວພັນຂອງຕົນນັບແຕ່ປີ 2008, ແມ່ນປັດໃຈສຳຄັນ. ທ່ານ Moreno ກໍ່ຢືນຢັນວ່າ ບັນດາຂໍ້ຕົກລົງຫວ່າງແລ້ວນີ້ຂອງ ອີຢູ ໄດ້ສ້າງເງື່ອນໄຂສະດວກໃຫ້ການລົງນາມໃນຂໍ້ຕົກລົງດັ່ງກ່າວຢ່າງເປັນທາງການ, ນຳມາເຊິ່ງກອບກົດໝາຍທີ່ເໝາະສົມ, ເຄົາລົບຊຶ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ການພົວພັນ 2 ຝ່າຍ, ຊຸກຍູ້ການເຈລະຈາດ້ານການເມືອງ, ການຮ່ວມມື ແລະ ສ້າງຄວາມສະດວກໃຫ້ການແລກປ່ຽນການຄ້າລະຫວ່າງ 2 ຝ່າຍ.