ກູບາສືບຕໍ່ສ້າງການພົວພັນກັບຫວຽດນາມໃຫ້ເລິກເຊິ່ງກ່ວາ

ກູບາສືບຕໍ່ສ້າງການພົວພັນກັບຫວຽດນາມໃຫ້ເລິກເຊິ່ງກ່ວາ - ảnh 1
ທ່ານ Herminio Lopez Diaz
ພາບ: dangcongsan.vn

(vovworld) - ກູ​ບາ​ ສືບ​ຕໍ່​ສ້າງ​ການ​ພົວພັນ​ກັບ​ຫວຽດນາມ​​ໃຫ້​ເລິກ​​ເຊິ່ງກ່ວາ ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ Herminio Lopez Diaz ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງສາທາລະນະ​ລັດ ກູບ​າ ປະຈຳ ຫວຽດນາມ ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ໃຫຍ່​ຜູ​້​ແທນ​ທົ່ວ​ປະ​ເທດ​ພັກ​ກອມ​ມູນິດ ກູ​ບາ ຄັ້ງ​ທີ 7 ຫາ​ກໍ່​ສິ້ນ​ສຸດ​ລົງຢ່າງ​ຈົບງາມ. ທ່ານ​ເອກ​ອັກຄະ​ລັດຖະທູດ Herminio Lopez Diaz ​ໃຫ້​ຮູ້​ວ່າ: ພາຍຫລັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 7 ຂອງ​ພັກ​ກອມ​ມູນິດ ກູ​ບາ ​ແນວ​ທາງ​ການ​​ຕ່າງປະ​ເທດ​ຂອງ ກູ​ບາ ຍັງຄົງ​ສືບ​ຕໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອ​ນ ມິດ​ໃຫຍ່​ໃນ​ໂລກ​ຄື: ຫວຽດນາມ ​ແລະ ການ​ພົວພັນ​ກັບ ຫວຽດນາມ ສືບ​ຕໍ່​ແມ່ນ​ເນື້ອ​ໃນ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ກູ​ບາ, ບໍ່​ພຽງ​ແຕ່​​ໃນ​ການ​ພັດທະນາ​ສາຍ​ພົວພັນ​ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ກໍ່​ຄື​ເປັນ​ຂົວ​ເຊື່ອ​ມຕໍ່ ​ເພື່ອ​ໃຫ້​ບັນດາ​ຝ່າຍ​ເປີດ​ກ້ວາງ​ການ​ຮ່ວມ​ມື​ອອກ​ສູ່​ທົ່ວ​ໂລກ. ກູ​ບາ ຈະ​ສືບ​ຕໍ່​ສ້າງ​ການ​ພົວພັນ​ກັບ ຫວຽດນາມ ​ໃຫ້​ເລິກ​​ເຊິ່ງກ່ວາ, ພິ​ເສດ​ແມ່ນ​​ໃນ​ບັນດາ​ຂົງ​ເຂດ​ເສດ​ຖະກິດ, ການ​ຄ້າ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ ​ແລ້ວ, 2 ປະ​ເທດ​ຄວນ​ຊອກ​ຫາ​ວິທີ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າທັງລວງ​ກ້ວາງ​ ແລະ ລວງ​ເລິກ. ກູ​ບາ ປາດ​ຖະໜາ​ຢາກ​ໄດ້​ຮັບ​ແຫຼ່ງ​ເງິນ​ລົງທຶນ​ຂອງ ຫວຽດນາມ ​ໃນ​ຫລາຍ​ໂຄງການ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ພ້ອມກັນ​ມີ​ຜົນ​ປະ​ໂຫຍ​ດ. ກູ​ບາ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຝ່າຍ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຄື: ການ​ຢາ, ວິທະຍາ​ສາດ​ເຕັກ​ໂນ​ໂລ​ຢີ…2 ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການຮ່ວມ​ມືຫລາຍ​ຢ່າງ​ໃນ​ຂົງ​ເຂດ​ນີ້, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ແພດ​ສາທາລະນະ​ຂອງ ຫວຽດນາມ. ກອງປະຊຸມ​ໃຫຍ່​ຄັ້ງ​ນີ້ ຂອງ​ພັກ​ກອມ​ມູນິດ ກູ​ບາ ​​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ສືບ​ຕໍ່​ຮັດ​ແໜ້ນ​ການ​ພົວພັນ​ແບ​ບພິ​ເສດ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ ກ່ວາ​ອີກ.

ຂ່າວ/ບົດ​ອື່ນ