(ພາບປະກອບ)
(vovworld) - ວັນທີ 19/08, ທ່ານ Gustavo Machin ຮອງຫົວໜ້າກົມບັນດາບັນຫາກ່ຽວກັບ ອາເມລິກາ ຂອງກະຊວງການຕ່າງປະເທດ ກູບາ ແຈ້ງໃຫ້ຮູ້ວ່າ: ປະເທດນີ້ ແລະ ອາເມລິກາ ໄດ້ດຳເນີນຮອບເຈລະຈາໃໝ່ກ່ຽວກັບດ້ານການບິນ ຢູ່ນະຄອນຫລວງ La Habana. ເນື້ອໃນຕົ້ນຕໍແມ່ນກ່ຽວກັບລະດັບກຽມພ້ອມຂອງບັນດາສະໜາມບິນ ກູບາ ເພື່ອຕ້ອນຮັບບັນດາຖ້ຽວບິນການຄ້າຈາກ ອາເມລິກາ, ເຊິ່ງຈະເລີ່ມຕົ້ນແຕ່ວັນທີ 13/08. ຕາມຂໍ້ຕົກລົງລະຫວ່າງ ອາເມລິກາ ແລະ ກູບາ ແລ້ວ, JetBlue ຈະກາຍເປັນບໍລິສັດການບິນທຳອິດຂອງ ອາເມລິກາ ທີ່ເຊື່ອມຕໍ່ບັນດາສາຍການບິນບໍລິການດ້ານການຄ້າໄປຍັງ ກູບາ ພາຍຫລັງກ່ວາ 50 ປີ. ຖ້ຽວບິນນີ້ ເລີ່ມແຕ່ສະໜາມບິນ Fort Lauderdale (ລັດ Florida) ເຖິງນະຄອນ Santa Clara (ພາກກາງ ກູບາ) ໃນວັນທີ 31/08. ພາຍຫລັງ JetBlue, ບັນດາບໍລິສັດການບິນ Silver Airways ແລະ American Airlines ຂອງ ອາເມລິກາ ກໍ່ຈະເປີດສາຍການບິນປະຈຳໄລຍະໄປຍັງ ກູບາ.