ກຸ່ມ 4 ປະ​ເທດ (Quad) ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ

(VOVWORLD) - ບັນດາການນຳກຸ່ມ 4 ປະເທດ ກໍ່ເຫັນດີເປັນເອກະພາບອະນຸຍາດແບ່ງບັນສະຖານທີ່ຂົນສົ່ງສິນຄ້າ ຜ່ານທາງການບິນ ແລະ ທາງທະເລ ເພື່ອແນໃສ່ເປົ້າໝາຍໜູນຊ່ວຍດ້ານມະນຸດສະທຳ ແລະ ກູ້ຊ່ວຍ ໄພທຳມະຊາດ.
ກຸ່ມ 4 ປະ​ເທດ (Quad) ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ - ảnh 1ການນຳກຸ່ມ 4 ປະເທດ (Quad) (ພາບ: Kyodo/TTXVN)

ວັນທີ 21 ກັນຍາ, ບັນດາການນຳກຸ່ມ 4 ປະເທດ (Quad) - ລວມມີ ອົດສະຕາລີ, ອິນເດຍ, ຍີ່ປຸ່ນ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືກ່ຽວກັບຄວາມໝັ້ນຄົງໃນການເດີນເຮືອ, ສຸມໃສ່ວຽກງານຍົກສູງຄວາມສາມາດໃນການປະສົມປະສານກັນລະຫວ່າງບັນດາກຳລັງປົກປ້ອງຝັ່ງທະເລ ຂອງບັນດາປະເທດສະມາຊິກ.

ໃນຖະແຫຼງການຮ່ວມ ພາຍຫຼັງກອງປະຊຸມສຸດຍອດຢູ່ Delaware (ອາເມລິກາ), ບັນດາກການນຳກຸ່ມ 4 ປະເທດ ໄດ້ເຕື້ອງເຖິງບັນດາຂໍ້ລິເລີ່ມໃໝ່. ພົ້ນເດັ່ນໃນຈຳນວນນີ້ແມ່ນແຜນການຈັດຕັ້ງບັນດາການຊ້ອມຮົບຮ່ວມຂອງກຳລັງປົກປ້ອງຝັ່ງທະເລ, ເລີ່ມແຕ່ປີ 2025, ກໍ່ຄືເປີດກວ້າງລາຍການບຳລຸງສ້າງໃຫ້ແກ່ບັນດາປະເທດອື່ນໆໃນພາກພື້ນ ເພື່ອຍົກສູງກຳລັງຄວາມສາມາດໃນການຕິດຕາມກວດກາ, ປະຕິບັດກົດໝາຍທາງທະເລ ແລະ ສະກັດກັ້ນ ການກະທຳລະເມີດກົດໝາຍ.

ຕາມເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງ ອາເມລິກາ ແລ້ວ, ການຊ້ອມຮົບຄັ້ງທຳອິດຂອງບັນດາກຳລັງປົກປ້ອງຝັ່ງທະເລຂອງກຸ່ມ 4 ປະເທດ ໂດຍອາເມລິກາ ບັນຊາ. ບັນດາການນຳກຸ່ມ 4 ປະເທດ ກໍ່ເຫັນດີເປັນເອກະພາບອະນຸຍາດແບ່ງບັນສະຖານທີ່ຂົນສົ່ງສິນຄ້າ ຜ່ານທາງການບິນ ແລະ ທາງທະເລ ເພື່ອແນໃສ່ເປົ້າໝາຍໜູນຊ່ວຍດ້ານມະນຸດສະທຳ ແລະ ກູ້ຊ່ວຍ ໄພທຳມະຊາດ. ໃນຖະແຫຼງການຮ່ວມ, ກຸ່ມ 4 ປະເທດ (Quad) ໄດ້ຮຽກຮ້ອງປັບປຸງ ສະພາຄວາມໝັ້ນຄົງ ສປຊ ດ້ວຍວິທີການຮັບປະເທດສະມາຊິກຖາວອນໃໝ່ຕື່ມອີກຈາກ ອາບຟຼິກກາ, ອາຊີ, ອາເມລິກາລາຕິນ ແລະ ເຂດ Caribe.

ຕອບກັບ

ຂ່າວ/ບົດ​ອື່ນ