(vovworld) – ວັນທີ 08/02, ກຸ່ມ 4 ຝ່າຍກ່ຽວກັບສັນຕິພາບຢູ່ພາກຕາເວັນອອກກາງ ເຊິ່ງລວມມີສະຫະປະຊາຊາດ, ສະຫະພາບເອີລົບ (EU), ອາເມລິກາ ແລະ ລັດເຊຍ ໄດ້ອອກຖະແຫຼງຮຽກຮ້ອງຟື້ນຟູບັນດາການເຈລະຈາສັນຕິພາບລະຫວ່າງອິດສຣາແອນ ແລະ ປາແລດສຕິນ ໂດຍໄວ. ຜູ້ຕາງໜ້າກຸ່ມ 4 ຝ່າຍ ເນັ້ນໜັກວ່າ, ບັນດາການເຈລະຈາຕ້ອງເຄົາລົບຄວາມມຸ່ງມາດປາດຖະໜາສ້າງຕັ້ງລັດຂອງປາແລດສຕິນ ກໍ່ຄືສະແດງຄວາມວິຕົກກັງວົນດ້ານປ້ອງກັນຄວາມສະຫງົບຂອງອິດສຣາແອນ. ກຸ່ມ 4 ຝ່າຍ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ກ່ຽວກັບສະພາບຄວາມຫຍຸ້ງຍາກຢູ່ເຂດກາຊາ, ເຊິ່ງແມ່ນສະຖານທີ່ຕ້ອງຍູ້ແຮງການສ້າງຕັ້ງຄືນໃໝ່ ເພື່ອຕອບສະໜອງບັນດາຄວາມຕ້ອງການພື້ນຖານຂອງປະຊາຊົນປາແລດສຕິນ ກໍ່ຄືຮັບປະກັນຄວາມສະຖຽນລະພາບ, ພ້ອມທັງຮຽກຮ້ອງໃຫ້ບັນດານັກອຸປະຖຳສາກົນປ່ອຍຈຳນງນເງິນ 5 ຕື້ USD ທີ່ໝັ້ນໝາຍຊ່ວຍເຫຼືອໃຫ້ປາແລດສຕິນ ເມື່ອເດືອນ 10/2014 ໂດຍໄວ, ເພື່ອແກ້ໄຂບັນດາຄວາມເສຍຫາຍຍ້ອນສົງຄາມເຊິ່ງອິດສຣາແອນ ກໍ່ຂຶ້ນຢູ່ເຂດດິນແດນນີ້ໃນລະດູຮ້ອນປີ 2014.