ກຸ່ມ G7 ຈະຈັດ ກອງປະຊຸມຢູ່ບຣຸກແຊນ ແທນໃຫ້ກອງປະຊຸມ ສຸດຍອດ ຈີ 8 ຢູ່ໂຊຈີ

ກຸ່ມ G7 ຈະຈັດ ກອງປະຊຸມຢູ່ບຣຸກແຊນ ແທນໃຫ້ກອງປະຊຸມ ສຸດຍອດ ຈີ 8 ຢູ່ໂຊຈີ - ảnh 1

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov

(ພາບ: AFP/TTXVN)

(vovworld)- ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ (ຈີ 7) ​ໄດ້​ຊົມ​ເຊີຍ​ການ​ສະໜັບສະໜູນ​ຂອງ​ລັດ​ເຊຍ ທີ່ມີຕໍ່​ຂໍ້​ຕົກລົງ​ສົ່ງ​ຄະນະ​ຜູ້​ແທນ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຮ່ວມ​ມື ​ເອີ​ລົບ (OSCE) ​ມາ​ຕິດຕາມ​ກວດກາ​ສະພາບ​ການ​ຢູ່ ຢູ​ແກຼນ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ແກ້​ໄຂ​ວິ​ກິດ​ການ​ຢູ່ ຢູ​ແກຼນ ຜ່ານານເຈລະຈາ. ຕາມ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ເມື່ອ​ວັນ​ທີ 24/3 ຂອງ ກຸ່ມ ຈີ 7 ​ໂດຍ​ ອາ​ເມ​ລິ​ກາ ​ເປັນເຈົ້າພາບຈັດ​ຕັ້ງ​ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ຄວາມປອດ​ໄພ​ດ້ານນິວ​ເຄຼຍຄັ້ງ​ທີ 3 ຢູ່ ລາ​ໄຮ (ປະ​ເທດ​ໂຮ​ນລັງ), ຈີ 7 ພ້ອມ​ກັບ​ຄະນະ​ກຳມະການ ​ເອີ​ລົບ ​ແລະ ສະພາ ​ເອີ​ລົບ ຍົກ​ອອກ​ຄຳ​ຮຽກຮ້ອງ​ສຳລັບ ລັດ​ເຊຍ ທີ່​ກ່ຽວຂ້ອງ​ເຖິງ​ມາດ​ຕະການ​ແກ້ໄຂ​ວິ​ກິດ​ການ​ການ​ເມືອງ​ຢູ່ ຢູ​ແກຼນ, ກໍ່​ຄື​ຍົກ​ອອກ​ບາດກ້າວ​ຕໍ່​ໄປ​ໃຫ້​​ແກ່ ຈີ 7 ​ເພື່ອ​​ແນ​ໃສ່​ໜູນ​ຊ່ວຍ​ປະ​ເທດ ​ເອີ​ລົບ ຕາ​ເວັນ​ອອກ​ນີ້. ນອກຈາກ​ເລື່ອງ​ຢັ້ງຢືນ​​ບໍ່​ຮັບ​ຮອງຜົນຂອງການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ການ​ໂອນ​​ເຂົ້າ ສະຫະພັນ ລັດ​ເຊຍ ຂອງ​ແຫຼມ Crimea (ທີ່​ເຄີຍ​ສັງ​ກັດ ຢູ​ແກຼນ), ນາບ​ຂູ່​ເພີ່ມ​ທະວີ​ການ​ບັນດາ​ມາດ​ຕະການ​ລົງ​ໂທດ​ເສດຖະກິດ​ກັບ ລັດ​ເຊຍແລ້ວ, ຈີ 7 ຍັງຖະ​ແຫຼ​ງຢຸດຕິ​ການ​ເຂົ້າ​ຮ່ວມ​ກຸ່ມ ຈີ 8 (​ເຊິ່ງລວມມີ ຈີ 7 ​ແລະ ລັດ​ເຊຍ) ​ຍ້ອນ​ບໍ່​ມີລະບຽບການປັດ​ເຂ່ຍ​ປະ​ເທດ​ນີ້​ອອກ​ຈາກ​ກຸ່ມ.

ຂ່າວ/ບົດ​ອື່ນ