ກຸ່ມ QUAD ສ​ະ​ໜັບ​ສະ​ໝູນ​ການ​ໜູນ​ຊ່ວຍ​ຄວາມ​ສາມັກ​ຄີ ແລະ ​ບົດ​ບາດເປັນໃຈກາງ​ຂອງ ອາ​ຊຽນ

(VOVWORLD) -ກອງປະຊຸມສຸດຍອດ ກຸ່ມ QUAD ໄດ້ສິ້ນສຸດລົງ ໃນຕອນບ່າຍວັນທີ 24 ພຶດສະພານີ້, ຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ. 
ກຸ່ມ QUAD ສ​ະ​ໜັບ​ສະ​ໝູນ​ການ​ໜູນ​ຊ່ວຍ​ຄວາມ​ສາມັກ​ຄີ ແລະ ​ບົດ​ບາດເປັນໃຈກາງ​ຂອງ ອາ​ຊຽນ - ảnh 1ການນຳ 4 ປະເທດສະມາຊິກກຸ່ມ QUAD (ພາບ:  Getty Images) 

ສິ້ນສຸດປະຊຸມ, ການນຳ 4 ປະເທດ ລວມມີ: ຍີ່ປຸ່ນ, ອາເມລິກາ, ອົດສະຕາລີ ແລະ ອິນເດຍ ໄດ້ອອກຖະແຫຼງການຮ່ວມຢືນຢັນຄືນໃໝ່ “ສະໜັບສະໜູນໂດຍຍຶດໝັ້ນຕໍ່ກັບຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ. ກໍ່ຄືການຜັນຂະຫຍາຍໃນຕົວຈິງວິໄສທັດ ອາຊຽນ ກ່ຽວກັບ ອິນເດຍປາຊີຟິກ (AOIP)”.

ໃນຖະແຫຼງການຮ່ວມ, ບັນດາການນຳ ກຸ່ມ QUAD ໄດ້ຢືນຢັນເຖິງການສະໜັບສະໜູນໃຫ້ຄວາມເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນບັນດາເນື້ອໃນສະແດງໃຫ້ເຫັນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS), ແລະ ສະໜັບສະໜູນການຮັກສາສິດເສລີໃນການເດີນເຮືອ ແລະ ການບິນແນໃສ່ຮັບມືຕໍ່ບັນດາສີ່ງທ້າທາຍກ່ຽວກັບຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ຫຼັກການເດີນເຮືອ, ໃນນັ້ນມີທັງທະເລຕາເວັນອອກ ແລະ ທະເລຮາວຕຸງ.

ຖະແຫຼງການຮ່ວມໄດ້ຍົກໃຫ້ເຫັນແຈ້ງວ່າ ກຸ່ມ QUAD ສະໜັບສະໜູນຢ່າງແຂງແຮງຫຼັກການເສລີພາບ, ເຄົາລົບລະບຽບກົດໝາຍ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ໂດຍບໍ່ມີການນາບຂູ່ ຫຼື ໃຊ້ກຳລັງອາວຸດ, ທຸກຄວາມມານະພະຍາຍາມພຽງຝ່າຍດຽວ ເພື່ອແນ່ໃສ່ປ່ຽນສະພາບເດີມ, ເສລີພາບໃນການເດີນເຮືອ ແລະ ເສລີພາບທາງການບິນ,  ຢືນຢັນວ່າບັນດາຂໍ້ກຳນົດນີ້ມີຄວາມສຳຄັນຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ ອິນເດຍ-ປາຊີຟິກ ແລະ ໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ