ການປະຊຸມກຸ່ມ ”ບັນດາເພື່ອນມິດຂອງຊີຮີ” ປຶກສາຫາລືມາດຕະການລົງໂທດ Damacus
ດຳເນີນໃນສະພາບການໃຊ້ຄວາມຮຸນແຮງສືບຕໍ່ປິນຂັ້ນໄດ (ພາບ: Reuters)
(vovworld) - ວັນທີ 20/09, ມີນັກການທູດກວ່າ 60 ທ່ານ ທີ່ມາຈາກບັນດາປະເທດໃນກຸ່ມ ”ບັນດາເພື່ອນມິດຂອງຊີຮີ” ໄດ້ຈັດການປະຊຸມຢູ່ມໍ່ກັບນະຄອນ Hague ປະເທດຮອນລັງ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການລົງໂທດດ້ານເສດຖະກິດສຳຫຼັບລະບອບກຳອຳນາດຢູ່ Damacus. ການປະຊຸມຄັ້ງນີ້ເພື່ອແນໃສ່ສຸມໃສ່ປະຕິບັດບັນດາມາດຕະການລົງໂທດໃນປະຈຸບັນ ເຊິ່ງລວມມີການເກືອດຫ້າມຂົນສົ່ງອາວຸດ ແລະ ນ້ຳມັນເຊື້ອໄຟ. ກ່າວຄວາມເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຮອນລັງ Uri Rosenthal ຖືວ່າ ”ບັນດາມາດຕະການລົງໂທດດ້ານການເງິນບໍ່ພຽງແຕ່ເຮັດໃຫ້ກຳລັງແຮງດ້ານການທະຫານຂອງອຳນາດການປົກຄອງ Damacus ຫຼຸດລົງເທົ່ານັ້ນ, ຫາກຍັງເພື່ອແນໃສ່ໂຄ່ນລົ້ມປະທານາທິບໍດີ Basha al – Assad ອີກດ້ວຍ”. ທ່ານ Rosenthal ເນັ້ນໜັກວ່າ, ປະເທດຕ່າງໆຄວນສົມທົບກັນ ເພື່ອເຮັດໃຫ້ລະບອບຂອງປະທານາທິບໍດີ Assad ຕົກຢູ່ໂດດດຽວ.