ກົມ​ການ​ເມືອງ​ຈັດ​ກອງ​ປະ​ຊຸມ​ປະ​ກອບ​ຄຳ​ເຫັນ​ໃສ່​ແຜນ​ຮ່າງ ແຜນ​ນະ​ໂຍ​ບາຍການ​ລົງ​ທຶນ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເໜືອ - ໃຕ້

(VOVWORLD) - ກົມການເມືອງໄດ້ເຫັນດີເປັນເອກະພາບ ຂໍຄຳເຫັນຂອງຄະນະບໍລິຫານງານສູນກາງພັກ ຮັບຮອງເອົາແຜນນະໂຍບາຍການລົງທຶນເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ກ່ອນເວລາ ລັດຖະບານ ຍື່ນສະເໜີຕໍ່ສະພາແຫ່ງຊາດຢູ່ກອງປະຊຸມຄັ້ງທີ 8, ສະພາແຫ່ງຊາດຊຸດທີ XV.

ວັນທີ 18 ກັນຍາ, ກົມການເມືອງໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ແຜນຮ່າງແຜນນະໂຍບາຍການລົງທຶນເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້. ນີ້ແມ່ນໂຄງການສຳຄັນທີ່ສຸດ ແລະ ມີຄວາມຈຳເປັນ, ເພື່ອແນໃສ່ປະກອບສ່ວນສ້າງໂຄງປະກອບອັດຕາສ່ວນກວມການຂົນສົ່ງ ບົນແລວທາງເໜືອ - ໃຕ້, ມີຄວາມຍືນຍົງ, ສ້າງປະຖົມປັດໄຈ, ກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພັດທະນາພື້ນຖານໂຄງລ່າງຄົມມະນາຄົມໃນການຂົນສົ່ງ ແລະ ພັດທະນາປະເທດຊາດ. ເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້ ຈະຊ່ວຍເພີ່ມທະວີການເຊື່ອມຕໍ່ເຂດ, ພາກ, ບັນດາຂົ້ນທີ່ເຕີບໂຕ, ສ້າງກຳລັງໜູນໃນການແຜ່ລກະຈາຍ, ສ້າງສະຖານທີ່ພັດທະນາເສດຖະກິດໃໝ່, ສ້າງໂຄງປະກອບບັນດາຕົວເມືອງຄືນໃໝ່, ຈັດແບ່ງປະຊາຊົນ, ຫັນປ່ຽນໂຄງປະກອບເສດຖະກິດ, ເພີ່ມກຳລັງຄວາມສາມາດໃນການແກ້ງແຍ້ງຂອງພື້ນຖານເສດຖະກິດ. ບົນພື້ນຖານນັ້ນ, ກົມການເມືອງໄດ້ເຫັນດີເປັນເອກະພາບ ຂໍຄຳເຫັນຂອງຄະນະບໍລິຫານງານສູນກາງພັກ ຮັບຮອງເອົາແຜນນະໂຍບາຍການລົງທຶນເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ກ່ອນເວລາ ລັດຖະບານ ຍື່ນສະເໜີຕໍ່ສະພາແຫ່ງຊາດຢູ່ກອງປະຊຸມຄັ້ງທີ 8, ສະພາແຫ່ງຊາດຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ