ກົມການເມືອງເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງເງ້ອານ
ກົມການເມືອງໄດ້ເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງເງ້ອານ
(vovworld) – ວັນທີ 4/7, ຢູ່ສຳນັກງານສູນກາງພັກ, ກົມການເມືອງໄດ້ເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງເງ້ອານ ກ່ຽວກັບວຽກງານສະຫຼຸບ 10 ປີ ແຫ່ງການປະຕິບັດແຜນນະໂຍບາຍພັດທະນາເສດຖະກິດ - ສັງຄົມຂອງແຂວງເງ້ອານ ແລະ ວາງທິດທາງໜ້າທີ່ພັດທະນາແຂວງເງ້ອານເຖິງປີ 2020. ໃນຊຸມປີຜ່ານມາ, ແຂວງເງ້ອານ ບັນລຸໄດ້ຜົນງານທີ່ສຳຄັນ ແລະ ຮອບດ້ານຫຼາຍຢ່າງ. ເສດຖະກິດສືບຕໍ່ເຕີບໂຕພໍສົມຄວນ ແລະ ຖືກທິດ. ລະດັບເຕີບໂຕ ຈີດີພີ ສະເລ່ຍໄລຍະ 2006 – 2010 ບັນລຸ 9,75%. ຄິດສະເລ່ຍ 2 ປີ 2011 – 2012 ບັນລຸລະດັບເຕີບໂຕກວ່າ 8%. ກ່າວຄວາມເຫັນສະຫຼຸບ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ, ຖືວ່າ: ເງ້ອານຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຕົນ
“ກ່ອນອື່ນໝົດຕ້ອງປ່ຽນໃໝ່ຈີນຕະນາການຢ່າງແຮງກວ່າອີກ,ຕາມທິດກ້າວຂຶ້ນດ້ວຍກຳລັງພາຍໃນ, ລະດົມທຸກແຫຼ່ງກຳລັງໃນແຂວງ ແລະ ນອກແຂວງ. ທີສອງແມ່ນການພັດທະນາຂອງແຂວງຕ້ອງມີການຮ່ວມສຳພັນ, ຕິດພັນກັບບັນດາແຂວງອ້ອມຂ້າງ. ທີສາມແມ່ນຕ້ອງພັດທະນາແຫຼ່ງກຳລັງພາຍໃນ, ບັນດາພາກສ່ວນເສດຖະກິດຢ່າງແຮງ, ເອົາໃຈໃສ່ກ່ຽວກັບພາກສ່ວນເສດຖະກິດເອກະຊົນ ແລະພາກສ່ວນເສດຖະກິດທີ່ມີເງິນລົງທຶນຂອງຕ່າງປະເທດ “.