(vovworld) – ວັນທີ 03/09, ວົງການການນຳກອງທັບເຮືອອາເມລິກາ ໃຫ້ຮູ້ວ່າ, ກຸ່ມກໍ່າປັນ 5 ລຳຂອງກອງທັບເຮືອຈີນ ໄດ້ປະກົດຕົວຫວ່າງແລ້ວນີ້ ຢູ່ທະເລ Bering, ເຂດທະເລ ນອກລັດ Alaska ຂອງອາເມລິກາ, ໃນໄລຍະທີ່ທ່ານປະທານາທິບໍດີ Barack Obama ພວມມີການຢ້ຽມຢາມເຂດນີ້, ເລີ່ມຖອນອອກແລ້ວ. ຕາມຜູ້ບັນຊາການບັນດາບັ້ນຮົບກອງທັບເຮືອອາເມລິກາ, ພົນເຮືອເອກ Jonatham Greenert, ບັນດາກໍ່າປັນຂອງກອງທັບເຮືອຈີນ ໄດ້ເລີ່ມຖອນອອກເຂດທະເລລັດ Alaska, ພ້ອມທັງໃຫ້ຮູ້ວ່າ ທ່ານບໍ່ຖືນີ້ແມ່ນເລື່ອງບັງເອີນ ຫຼື ໜ້າວິຕົກກັງວົນ. ໃນຂະນະນັ້ນ, ກ່າວຄຳເຫັນທີ່ການປະຊຸມຂ່າວນັດສາມັນ ໃນວັນທີ 03/09, ໂຄສົກກະຊວງການຕ່າງປະເທດອາເມລິກາ Mark Toner ຊີ້ແຈ້ງວ່າ: ແນ່ນອນວ່າ, ນີ້ແມ່ນຄັ້ງທຳອິດທີ່ພວກຂ້າພະເຈົ້າເຫັນບັນດາກໍ່າປັນກອງທັບເຮືອຈີນ ປະກົດຕົວຢູ່ທະເລ Bering. ພວກຂ້າພະເຈົ້າເຄົາລົບສິດເສລີຂອງທຸກໆປະເທດ ທີ່ຜັນຂະຫຍາຍກໍ່າປັ່ນທະຫານໃນບັນດາເຂດທະເລສາກົນທີ່ເໝາະສົມກັບກົດໝາຍສາກົນ.