ກຸ່ມ​ບໍ​ລິ​ສັດ Boeing ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ

(VOVWORLD) - ໃນໄລຍະຈະມາເຖິງ, ການເຄື່ອນໄຫວຂອງ Boeing ຢູ່ ຫວຽດນາມ ຈະສຸມໃສ່ 3 ການກຳນົດທິດຕົ້ນຕໍ, ເຊິ່ງລວມມີ: ເຮັດໃຫ້ການພົວພັນດ້ານການຄ້າໃນຂົງເຂດການບິນກັບບັນດາບໍລິສັດການບິນຢູ່ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ; ຮ່ວມມືໃນບາງຂົງເຂດສະເພາະ; ລົງທຶນພັດທະນາລະບົບສະໜອງເຄື່ອງອາໄຫຼ່, ພາຫະນະເຄື່ອງຈັກການບິນຢູ່ ຫວຽດນາມ.
ກຸ່ມ​ບໍ​ລິ​ສັດ Boeing ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ - ảnh 1ການເຮັດວຽກລະຫວ່າງ ທ່ານ Steve Biegun, ຮອງປະທານຂັ້ນສູງຂອງກຸ່ມບໍລິສັດ Boeing ກັບ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ

ຫວຽດນາມ ມີທີ່ຕັ້ງສຳຄັນ ແລະ ແມ່ນຕະຫຼາດທີ່ມີກຳລັງບົ່ມຊ້ອນໃນຍຸດທະສາດດຳເນີນທຸລະກິດຂອງ Boeing ແລະ ກຸ່ມບໍລິສັດຂອງ ອາເມລິກາ ຈະຍູ້ແຮງການເຄື່ອນໄຫວຢູ່ ຫວຽດນາມ ໃນໄລຍະຈະມາເຖິງ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ Steve Biegun, ຮອງປະທານຂັ້ນສູງຂອງກຸ່ມບໍລິສັດ Boeing, ໃນການເຮັດວຽກກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ, ຢູ່ນອກກອງປະຊຸມລັດຖະມົນຕີການຄ້າ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ກອງປະຊຸມລັດຖະມົນຕີການຄ້າ ຂອບເຂດເສດຖະກິດມະຫາສະໝຸດອິນເດຍ - ປາຊີຟິກ, ຢູ່ນະຄອນ Detroit, ອາເມລິກາ ໃນວັນທີ 26 ພຶດສະພາ.

        ທີ່ການພົບປະ, ທ່ານ Steve Biegun ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ການເຄື່ອນໄຫວຂອງ Boeing ຢູ່ ຫວຽດນາມ ຈະສຸມໃສ່ 3 ການກຳນົດທິດຕົ້ນຕໍ, ເຊິ່ງລວມມີ: ເຮັດໃຫ້ການພົວພັນດ້ານການຄ້າໃນຂົງເຂດການບິນກັບບັນດາບໍລິສັດການບິນຢູ່ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ; ຮ່ວມມືໃນບາງຂົງເຂດສະເພາະ; ລົງທຶນພັດທະນາລະບົບສະໜອງເຄື່ອງອາໄຫຼ່, ພາຫະນະເຄື່ອງຈັກການບິນຢູ່ ຫວຽດນາມ.

        ສ່ວນທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ກໍ່ຕີລາຄາສູງເລື່ອງ ກຸ່ມບໍລິສັດ Boeing ປາດຖະໜາຢາກ ສ້າງການພົວພັນຮ່ວມມືທີ່ມີລັກສະນະຍຸດທະສາດຢູ່ຕະຫຼາດ ຫວຽດນາມ, ປາດຖະໜາວ່າ Boeing ຈະມີການຮ່ວມມືກັບ ຫວຽດນາມ ຢ່າງເລິກເຊິ່ງກວ່າ ເພື່ອພັດທະນາລະບົບນິເວດການບິນ, ຊ່ວຍຊຸກຍູ້ການແລກປ່ຽນການຄ້າສອງຝ່າຍລະຫວ່າງສອງປະເທດ.  

ຕອບກັບ

ຂ່າວ/ບົດ​ອື່ນ