ກຸ່ມມີການພົວພັນກັບISຖະແຫຼງລອບຈັບຕົວພົນລະເມືອງຝຣັ່ງຢູ່Algeria

ກຸ່ມມີການພົວພັນກັບISຖະແຫຼງລອບຈັບຕົວພົນລະເມືອງຝຣັ່ງຢູ່Algeria - ảnh 1
ຕົວ​ປະ​ກັນ​ຊາວ ຝ​ຣັ່ງ (ກາງ)- ຮູບ​ຕັກ​ຈາກ ວີ​ດີ​ໂອ
(ພາບ: baotintuc.vn)

(vovworld) – ​​ກຸ່ມ​ປະ​ກອບ​ອາ​ວຸດ Jund al – Khiliafa ຂອງ Algeria ຢັ້ງ​ຢືນ​ວ່າ​ໄດ້​ຈັບ​ຕົວ​​ພົນ​ລະ​ເມືອງ ຝ​ຮັ່ງ ຜູ້​ໜຶ່ງ ແລະ ນາບ​ຂູ່​ຈະ​ເຂັ່ນ​ຂ້າ​ຜູ້ນີ້ຖ້າ​ຫາກ ປາ​ຣີ ບໍ່​ຢຸດ​ຕິ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ແນ​ໃສ່​ບັນ​ດາ​ມື​ປືນ​ຂຶ້ນ​ກັບ​ກຸ່ມ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື​່​ເອງຢູ່ ອີ​ຣັກ. ໃນ​ວ​ີ​ດີ​ໂອ​ຕອນ​ໜຶ່ງ​ໃນ Youtube ເມື່ອ​ວັນ​ທີ 22/9, Jund al – Khiliafa, ​ເຊິ່ງ​ແມ່ນ​ອົງ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈົ່ງ​ຮັກ​ພັກ​ດີ​ກັບ IS, ປະ​ກ​າດ​ໄດ້​​ປະ​ຕິ​ບັດ​ການລອບ​ຈັບ​ຕົວ​ກ່ອນ​ນັ້ນ​ໜຶ່ງວັນ​ຢູ່​ເຂ​ດ​ພູດອຍ​ທຸ​ລະ​ກັນ​ດານ​ທາງ​ຕາ​ເວັນ​ອອກ Algeria ບ່ອນ​ທີ່​ເຄືອ​ຂ່າຍກໍ່​ການ​ຮ້າຍ Al – Qaeda ເຄື່ອນ​ໄຫວ​ຢ່າງ​ແຮງ. ບັນ​ດາ​ຜູ້​ລອບຈ​ັບ​ຕົວ​ຖະ​ແຫຼງ​ວ່າ​ການ​ເຄື່ອນ​ໄຫວນີ້​ຂອງ​ເຂົາ​ເຈົ້າ​ແມ່ນ​ເພື່ອ​ແນ​ໃສ່ຕອບ​ຄືນຄຳ​ຮຽກ​ຮ້ອງ​ຂອງ IS, ຕາມນັ້ນ​ແລ້ວ, ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ສະ​ມາ​ຊິກ ອິດ​ສະ​ລາມ ໃນ​ທົ່ວ​ໂລກ​ເຂັ່ນ​ຂ້າ​ພົນ​ລະ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມບັ້​ນ​ຮົບ​ໂດຍ ອາ​ເມ​ລິ​ກາ ລະ​ດົມ​ຕ້ານ​ກຳ​ລັງ​ອິດ​ສະ​ລາມ​ Jihad ເຊິ່ງພວມ​ຄວບ​ຄຸມ​ສ່ວນ​ໜຶ່ງ​​ເຂດ​ດິນ​ແດນຂອງ ອີ​ຣັກ ແລະ ຊີ​ຣີນ​ີ້.

        ໃນ​ຂະ​ນະ​ນັ້ນ, ຢູ້ ອີ​ຣັກ, ບັນ​ດາ​ພາກ​ສ່ວນ Jihad  IS ໄດ້​ບຸກ​ໂຈມ​ຕ​ີ​​ຖານ​ທີ່​ໝັ້ນ ​ການ​ທະ​ຫານ​ຂອງ ກອງ​ທັບ​ປະ​ເທດນີ້​ຢູ່​ພາກ​ຕາ​ເວັນ​ຕົກ ແບ​ດ​ແດດ ກັບຜູ້​ວາງ​ລະ​ເບີດສະຫຼະ​ຊີບ 6 ຄົນ, ເຮັດ​ໃຫ້​ທະ​ຫານ 40 ຄົນ​ເສຍ​ຊີ​ວິດ ແລະ ຈັບ​ຕົວ​ອີກ 70 ຄົນ​.


ຂ່າວ/ບົດ​ອື່ນ