ກຸ່ມສູ້ຮົບກ່ຳປັ່ນ USS Ronald Reagan ສິ້ນສຸດການຢ້ຽມຢາມ ຫວຽດນາມ

(VOVWORLD) - ໃນບັນດາການພົບປະແລກປ່ຽນວັດທະນະທຳ, ບັນດາໂຄງການປະຊາຄົມ ແລະ ການເຄື່ອນໄຫວລວມຢູ່ ດ່ານັ້ງ ໄດ້ຊ່ວຍເພີ່ມທະວີສາຍເຊື່ອມຕໍ່ລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ອາເມລິກາ.
ກຸ່ມສູ້ຮົບກ່ຳປັ່ນ USS Ronald Reagan ສິ້ນສຸດການຢ້ຽມຢາມ ຫວຽດນາມ - ảnh 1ກ່ຳປັ່ນ USS Ronald Reagan
(ພາບ: ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ)

        ວັນທີ 30 ມິຖຸນາ, ກຸ່ມສູ້ຮົບກ່ຳປັ່ນ USS Ronald Reagan ຂອງ ອາເມລິກາ ໄດ້ເດີນທາງອອກຈາກ ດ່ານັ້ງ, ພາຍຫຼັງສຳເລັດການຢ້ຽມຢາມ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ອາເມລິກາ - ຫວຽດນາມ (2013 – 2023).

        ກ່າວຄຳເຫັນກ່ອນທີ່ຈະເດີນທາງອອກຈາກ ດ່ານັ້ງ, ທ່ານພົນເຮືອຕີ Patrick Hannifin, ຜູ້ບັນຊາການກຳລັງປະຕິບັດໜ້າທີ່ພິເສດ ຂຶ້ນກັບກຸ່ມສູ້ຮົບກ່ຳປັ່ນ USS ເລກ 5, ຢືນຢັນວ່າ: ໃນບັນດາການພົບປະແລກປ່ຽນວັດທະນະທຳ, ບັນດາໂຄງການປະຊາຄົມ ແລະ ການເຄື່ອນໄຫວລວມຢູ່ ດ່ານັ້ງ ໄດ້ຊ່ວຍເພີ່ມທະວີສາຍເຊື່ອມຕໍ່ລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ອາເມລິກາ. ກ່ອນໜ້ານັ້ນ, ໃນ 5 ວັນທີ່ມາຢ້ຽມຢາມ ຫວຽດນາມ, ກຸ່ມສູ້ຮົບກ່ຳປັ່ນ USS Ronald Reagan ໄດ້ຕ້ອນຮັບແຂກມາຢ້ຽມຊົມກວ່າ 1.000 ເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ