(vovworld) - ຕອນບ່າຍວັນທີ 07/02, ກຸ່ມເຮັດວຽກກ່ຽວກັບກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຂອງສະພາສິດທິມະນຸດສະຫະປະຊາຊາດ ຢູ່ເຊີແນວ ໄດ້ຮັບຮອງເອົາບົດລາຍງານໃນຂອບເຂດ UPR ຂອງຫວຽດນາມ. ຕາມການຕີລາຄາຂອງກຸ່ມເຮັດວຽກ, ຫວຽດນາມ ໄດ້ສົມທົບກັນຢ່າງສຸດຈິດສຸດໃຈ ແລະ ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນໃນວິວັດການເຮັດວຽກ ເພື່ອສຳເລັດບົດລາຍງານ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮ່າກິມງອກ, ຮອງລັດຖະມົນຕີ, ຫົວໜ້າຄະນະເຈລະຈາຫວຽດນາມ ຢືນຢັນວ່າ, ຫວຽດນາມ ຕີລາຄາສູງບັນດາບົດກ່າວປາໄສ, ການປະກອບຄຳເຫັນ ແລະ ຂໍ້ສະເໜີຂອງບັນດາປະເທດທີ່ມີຕໍ່ຫວຽດນາມ ໃນວາລະລາຍງານ ແລະ ການເຈລະຈາ. ທ່ານ ຮ່າກິມງອກ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງກົນໄກ UPR ແລະ ຖືວ່າ ກົນໄກດັ່ງກ່າວແມ່ນກາລະໂອກາດເພື່ອໃຫ້ບັນດາປະເທດທົບທ້ວນຄືນສະພາບສິດທິມະນຸດຂອງຕົນ, ແບ່ງປັນບົດຮຽນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມືໃນຂົງເຂດສິດທິມະນຸດ, ພ້ອມທັງຢືນຢັນວ່າ, ບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຈະພິຈາລະນາບັນດາຂໍ້ສະເໜີທີ່ຍົກອອກມາຢູ່ວາລະລາຍງານ ແລະ ການເຈລະຈາຄັ້ງນີ້. ຫວຽດນາມ ຈະແຈ້ງໃຫ້ບັນດາປະເທດໄດ້ຮັບຊາບກ່ຽວກັບເລື່ອງຮັບຮອງບັນດາຂໍ້ສະເໜີທີ່ສະໄໝປະຊຸມຮັບຮອງເອົາບັນດາບົດລາຍງານ UPR ທີ່ກອງປະຊຸມຄັ້ງທີ 26 ຂອງສະພາສິດທິມະນຸດ ຢ່າງເປັນທາງການ, ເຊິ່ງຄາດວ່າຈະດຳເນີນໄປໃນເດືອນ 06/2014.