ກົມໃຫຍ່ສະຖິຕິ ໄດ້ຈັດການປະຊຸມຂ່າວ ປະກາດຕົວເລກສະຖິຕິກ່ຽວກັບເສດຖະກິດ ສັງຄົມ ປີ 2011

ຕອນ​ເຊົ້າ​ວັນ​ທີ 29/12 ຢູ່ ຮ່າ​ໂນ້ຍ, ກົມ​ໃຫຍ່​ສະຖິຕິ ​ໄດ້​ຈັດການ​ປະຊຸມ​ຂ່າວ ປະກາດ​ຕົວ​ເລກ​ສະຖິຕິ​ກ່ຽວ​ກັບ​ເສດຖະກິດ ສັງຄົມ ປີ 2011 ​ແລະ ຕົວ​ເລກ​​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ການ​ສຳ​ຫລວດ​ຊົນນະບົດ, ກະສິກຳ ​ແລະ ສິນ​ໃນ​ນ້ຳ​ປີ 2011 ​ເປັນ​ຄັ້ງ​ໃຫຍ່. ​ທ່ານ ​ໂດ໋ທຶກ ຫົວຫນ້າ​ກົມ​ໃຫຍ່​ດັ່ງກ່າວ​ໄດ້​ເປັນ​ປະທານ​ການ​ປະຊຸມ​ຂ່າວ ​ໃຫ້​ຮູ້​ວ່າ: ປີ 2011 ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ  GDP ຄາດ​ວ່າ ​ເພີ່ມ​ຂຶ້ນ 5.89% ​. ​ເຖິງ​ວ່າ ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ GDP ປີ 2011 ​​ແມ່ນ​ຕຳ​່ກວ່າ​ລະດັບ​​ເຕີບ​ໂຕ 6.78% ຂອງ​ປີ 2010 ກໍ​ຕາມ, ​​ແຕ່​ໃນ​ເງື່ອນ​ໄຂ​ສະພາບ​ການ​ຜະ​ລິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ທົ່ວ​ປະ​ເທດ​ສຸມ​ໃສ່​   ບຸລິ​ມະ​ສິດ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດມະຫາພາກ​ເປັນ​ປົກກະຕິ, ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ດັ່ງກ່າວ​ແມ່ນ​ສູງ​ພໍ​ສົມຄວນ ​ແລະ ​ເໝາະ​ສົມ. ລະດັບ​ເພີ່ມ​ຂຶ້ນ​ຢ່າງ​ສະ​ເໝີ​ຢູ່​ທັງ​ສາມ​ຂົງເຂດ:  ກະ​ສິກຳ, ປ່າ​ໄມ້ ​ແລະ ສິນ​ໃນ​ນ້ຳ; ອຸດສາຫະກຳ​ກໍ່ສ້າງ ​ແລະ ​ບໍລິການ. ບັນດາ​ດັດຊະນີ​ກ່ຽວ​ກັບ​ການ​ຜະລິດ​ອຸດສາຫະກຳ, ຍອດ​ລະດັບ​ລາຍ​ຮັບ​ຈາ​ການ​ຂາຍຍ່ອຍ​ສິນຄ້າ ​ແລະ ລາຍ​ຮັບ​ຈາກ​ການ​ບໍລິການ​ໃຊ້​ສອຍ, ຂົນ​ສົ່ງ​ຜູ້​ໂດຍສານ, ​ໄປ​ຊະນີ​ໂທລະ​ຄົມມະນາຄົມ, ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ປີ 2010. ​​ປີ 2011 ​ແມ່ນ​ປີທີ່​ພື້ນຖານ​ເສດຖະກິດ​ຫວຽດນາມ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ໃນ 10 ປີ ມາ​ນີ້ ຍ້ອນ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພື້ນຖານ​ເສດຖະກິດ​ຫວຽດນາມ​ໃນ​ປີ​ນີ້ ມີ​ສັນຍາ​ນດີ​ພໍ​ສົມຄວນ, ພິ​ເສດ ​ແມ່ນ​ຜົນສຳ​ເລັດ​ໃນ​ການ​ຈຳກັດ​ການ​ນຳ​ເຂົ້າ​ເກີນ​ດຸນ​ ​ຕຳ່​ກວ່າລະດັບ 10%.

        “ປີ​ນີ້ ຕົ້ນຕໍ​ແມ່ນ​ການ​ເພີ່ມ​ຂຶ້ນ​​ໃນ​ຂົງ​ເຂດ​ສົ່ງ​ອອກ​ສິນຄ້າ. 14 ປະ​ເພດ​ສິນຄ້າ​ມີ​ວົງ​ເງິນ​ສົ່ງ​ອອກ​ບັນລຸ ກວ່າ 2 ຕື້  USD ​ເມື່ອ​ທຽບ​ກັບ​ປີ 2010 ພຽງ 10 ປະ​ເພດ​ສິນຄ້າ​ເທົ່າ​ນັ້ນ. ອັດຕາ​ສ່ວນ​ນຳ​ເຂົ້າ​ເກີນ​ດຸ​ນຂອງ​ປີ 2011 ກໍ​ຕຳ່​ຫລາຍ ​ເທົ່າ​ກັບ 9.9% ​ເມື່ອ​ທຽບ​ໃສ່​ການ​ສົ່ງ​ອອກ ນັ້ນ​ກໍ​ແມ່ນ​ອັດຕາ​ສ່ວນ​ຕຳ່​ສຸດ​ໃນ​ຮອບ​ເວລາ 10 ມາ​ນີ້. ນີ້​ກໍ​ແມ່ນ​ຈຸດ​ເດັ່ນ​​ໃນ​ປີ 2011.“

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປີ 2011 ​ເສດຖະກິດ​ຫວຽດນາມ ຍັງປະເຊີນຫນ້າກັບ​ສະພາບ​ໄພ​ເງິນ​ເຟີ້. ດັດຊະນີ​ລາຄາ​ໃຊ້​ສອຍ​ສະ​ເລ່ຍ​​ໄດ້​ເພີ່ມ​ຂຶ້ນ​ເກືອບ 19% ​ເມື່ອ​ທຽບ​ໃສ່​ລະດັບ​ສະ​ເລ່ຍຂອງ​ປີ 2010, ລື່ນ​ກາຍ​ຫລາຍ​ເມື່ອ​ທຽບ​ໃສ່​ຕົວ​ເລກຄາດໝາຍ 7 % ຊຶ່ງ​ສະພາ​ແຫ່ງ​ຊາດ​ໄດ້ວາງ​ອອກ​ນັບ​ແຕ່​ຕົ້ນ​ປີ.

 

ຕອບກັບ

ຂ່າວ/ບົດ​ອື່ນ