ກ​ໍ​ລະ​ນີຕິດໂລກ​ລະ​ບາດ​ໂຄວິດ - 19​ ​ຜູ້ທີ 35 ເສຍ​ຊີ​ວິດ​ຍ້ອນ​​ມີ​ພະ​ຍາດ​​ປະ​ຈຳ​ຕົວ​ໜັກ

(VOVWORLD) - ໄລ່ຮອດວັນທີ 3 ກັນຍາ, ຫວຽດນາມມີຜູ້ຕິດໂລກລະບາດໂຄວິດ - 19 ສະສົມ 1046 ຄົນ.
ກ​ໍ​ລະ​ນີຕິດໂລກ​ລະ​ບາດ​ໂຄວິດ - 19​ ​ຜູ້ທີ 35 ເສຍ​ຊີ​ວິດ​ຍ້ອນ​​ມີ​ພະ​ຍາດ​​ປະ​ຈຳ​ຕົວ​ໜັກ - ảnh 1 (ພາບປະກອບ: baoquocte.vn)

        ວັນທີ 3 ກັນຍາ, ພາກສ່ວນພິເສດປະຈຳການຄະນະປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ກະຊວງສາທາລະນະສຸກ ຢູ່ນະຄອນ ດ່າໜັງ ໄດ້ໃຫ້ຂ່າວກ່ຽວກັບ ກໍລະນີຕິດໂລກລະບາດໂຄວິດ - 19 ຜູ້ທີ 35  ແມ່ນເພດຍິງ, ອາຍຸ 83 ປີ, ຄົນເຈັບດັ່ງກ່າວໄດ້ເປັນພະຍາດໝາກໄຂ່ຫຼັງຊຸດໂຊມ ໄລຍະສຸດທ້າຍ, ຄວາມດັນເລືອດສູງ...

        ເປັນອັນວ່າ, ໄລ່ຮອດວັນທີ 3 ກັນຍາ, ຫວຽດນາມມີຜູ້ຕິດໂລກລະບາດໂຄວິດ - 19 ສະສົມ 1046 ຄົນ, ມີຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ 746 ຄົນ ແລະ ມີ 35 ຄົນ ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ