ກວດກາວຽກງານເລືອກຕັ້ງຢູ່ແຂວງເທື່ອທຽນເຫ້ວ ແລະ ບິງດີ້ງ

(VOVWORLD) -ວັນທີ 4 ພຶດສະພາ., ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ເປັນຫົວໜ້າຄະນະໄດ້ລົງກວດກາວຽກງານເລືອກຕັ້ງຢູ່ຕາແສງເຮືອງເຊີນ ນະຄອນເຫ້ວ ແຂວງເທື່ອທຽນເຫ້ວ
ກວດກາວຽກງານເລືອກຕັ້ງຢູ່ແຂວງເທື່ອທຽນເຫ້ວ ແລະ ບິງດີ້ງ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ກວດກາວຽກງານເລືອກຕັ້ງຢູ່ແຂວງເທື່ອທຽນເຫ້ວ

ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໄດ້ສະເໜີແຂວງເທື່ອທຽນເຫ້ວ ຍູ້ແຮງວຽກງານໂຄສະນາທາງພາຫະນະສື່ມວນຊົນ, ຕິດຕາມກວດກາວຽກງານກະກຽມການເລືອກຕັ້ງ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສາທາລະນະສຸກ, ຕ້ານໂຄວິດ-19, ປະກອບສ່ວນໃຫ້ແກ່ການເລືອກຕັ້ງດຳເນີນໄປຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ. ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ກ່າວວ່າ :

   “ ພວກຂ້າພະເຈົ້າຕີລາຄາສູງວຽກງານເລືອກຕັ້ງຂອງທ້ອງຖິ່ນ, ກ່ອນອື່ນໝົດ ແມ່ນຖືກຕ້ອງຕາມກົດໝາຍ, ສຸມໃສ່ຊີ້ນຳຢ່າງເປັນເອກະພາບ ແລະ ມີຄວາມແທດເໝາະກັບສະພາບການຕົວຈິງຢູ່ທ້ອງຖິ່ນ. ແຂວງເທື່ອທຽນເຫ້ວ ມີຫຼາຍຈຸດພິເສດສະເພາະ, ມີຊາວເຜົ່າສ່ວນໜ້ອຍ, ມີຫຼາຍສາສະໜາ, ພໍ່ແມ່ພີນ້ອງກໍປະຕິບັດຕາມແຜນນະໂຍບາຍ ແນວທາງຂອງພັກ ແລະ ລັດ”

ຕອບກັບ

ຂ່າວ/ບົດ​ອື່ນ